ງານໂຮມຊຸມນຸມສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືອິນເດຍ-ອາຊຽນ

(VOVWORLD) -ວັນທີ 22 ມິຖຸນາ, ຢູ່ສູນກອງປະຊຸມ Habitat, ນະຄອນຫຼວງ New Delhi, ໄດ້ຈັດງານໂຮມຊຸມນຸມ ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືອິນເດຍ - ອາຊຽນ.

ງານໂຮມຊຸມນຸມສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືອິນເດຍ-ອາຊຽນ - ảnh 1 ງານໂຮມຊຸມນຸມສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືອິນເດຍ-ອາຊຽນ

(ພາບ: Vietnam+)

ໃນບົດກ່າວປາໄສຂອງຕົນ, ທ່ານລັດຖະມົນຕີການຕ່າງປະເທດອິນເດຍ Sushma Swaraj ໃຫ້ຮູ້ວ່າ, ໃນປີ 2014 ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ໄດ້ປະກາດນະໂຍບາຍການກະທຳມຸ່ງໄປເຖິງທິດຕາເວັນອອກ ແລະ ຖືພາກພື້ນອາຊີຕາເວັນອອກສ່ຽງໃຕ້ເປັນທີ່ຕັ້ງແກ່ນສານໃນນະໂຍບາຍດັ່ງກ່າວ. ທ່ານລັດຖະມົນຕີການຕ່າງປະເທດອີນເດີຍ ຖືວ່າ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງອິນເດຍ ແລະ ອາຊຽນ ໄດ້ປະກອບສ່ວນໃຫ້ແກ່ການພັດທະນາ ແລະ ສະຖຽນລະພາບຂອງພາກພື້ນ, ພ້ອມທັງສະແດງຄວາມຫວັງວ່າຈະສືບຕໍ່ຮ່ວມມືກັບອາຊຽນ ໃນບັນດາເວທີປາໄສພາກພື້ນ ແລະ ສາກົນ, ກຳນົດໂຄງປະກອບເສດຖະກິດ ແລະ ຄວາມໝັ້ນຄົງຢູ່ພາກພື້ນອາຊີ - ປາຊີຟິກ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ໄດ້ດຳເນີນກອງປະຊຸມໂຕະມົນ ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືອາຊຽນ - ອິນເດຍ. ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ຕົນຊິງແທ່ງ ຖືວ່າ, ດ້ວຍຖານະເປັນປະເທດປະສາງານໃນການພົນພັນອາຊຽນ - ອິນເດຍ ໄລຍະ 2015 – 2018, ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສ້າງການພົວພັນຄູ່ຮ່ວມມືລະຫວ່າງອາຊຽນ ແລະ ອິນເດຍ ໃຫ້ສະໜິດແໜ້ນ ແລະ ໝັ້ນຄົງເຂັ້ມແຂງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ