ງາມໂຮມຊຸມນຸມສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍແຂວງຟຸ໋ອຽນ

ງາມໂຮມຊຸມນຸມສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍແຂວງຟຸ໋ອຽນ - ảnh 1
(ທ່ານ ໂງຊວນລິກ ກ່າວຄຳເຫັນທີ່ພິທີ)

(vovworld) - ​​ ຕອນ​ຄຳ່​ວັນ​ທີ 1/4, ຢູ່​ນະຄອນຕຸຍ​ຮ່ວາ, ​ແຂວງ ຟຸ໋ອຽນ ​ໄດ້​ຈັດ​ຕັ້ງ​ງານ​ງານ​ໂຮມຊຸມນຸມ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ແຂວງ ຟຸ໋ອຽນ (1/4/1975-1/4/2015). ກ່າວ​ຄຳ​ເຫັນ​ທີ່ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ ​ໂງ​ຊວນ​ລິກ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ ຫວຽດນາມ, ສະ​ເໜີ: ທົ່ວ​ພັກ,​ ທົ່ວ​ປວງ​ຊົນ,  ​ແລະ ​ທະຫານ​ແຂວງຟຸ໋ອຽນ ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຕໍ່ສູ້​ປະຕິວັດ,​ ຂຸດ​ຄົ້ນ​ຄວາມສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ ​ເພື່ອ​ຍູ້​ແຮງ​ລະດັບ​ການ​ພັດທະນາ​ຕາມ​ທິດ​ໝັ້ນຄົງ, ສ້າງ​ພື້ນຖານ​ໝັ້ນຄົງ​, ນຳຟຸ໋ອຽນ ກາຍເປັນ​ແຂວງ​ອຸດ​ສາຫະກຳ​ໂດຍ​ໄວ. ​ໃນ​ຂົງ​ເຂດ​ເສດຖະກິດ-​ສັງຄົມ, ​ແຂວງ ຄວນ​ເສີມຂະຫຍາຍ ​ແລະ ໝູນ​ໃຊ້​​ຄວາມສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ທ້ອງ​ຖິ່ນຢ່າງ​ສູງ​ສຸດ, ພ້ອມ​ທັງ​ເພີ່ມ​ທະວີ​ເປີດ​ກ້ວາງ​ການ​ຮ່ວມ​ສຳພັນ, ການ​ຮ່ວມ​ມື ​ເພື່ອ​ຍູ້​ແຮງ​ການ​ພັດທະນາ, ພິ​ເສດ​ແມ່ນ​ສ້າງ​ບັນດາ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ​ທີ່ສຳຄັນ, ດຶງ​ດູດ​ບັນດາ​ໂຄງການ​ໃຫຍ່​ທີ່​ມີ​ບົດບາດ​ກຳລັງໜູນ​ໃຫ້​ແກ່ການ​ພັດທະນາ​ເສດຖະກິດ​ເຂດ ​ແລະ ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ທົ່ວ​ເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ