“ຈົ່ງ​ພ້ອມ​ກັນ​ປະ​ກາຍ​ແສງ​ ແລະ ເຂົ້າ​ຮ່ວມ​ຄົ້ນ​ຫາ ຫວຽດ​ນາມ ຢ່າງ​ເຕັມ​ທີ່”

(VOVWORLD) -ຄຼິບວີດີໂອຫຼ້າສຸດຂອງລາຍການສື່ມວນຊົນ ຫວຽດນາມ: ໄປເພື່ອຮັກ! ດ້ວຍຫົວຂໍ້ “Let’s shine and live fully” (ຈົ່ງພ້ອມກັນປະກາຍແສງ ແລະ ເຂົ້າຮ່ວມຄົ້ນຫາ ຫວຽດນາມ ຢ່າງເຕັມທີ່) ໄດ້ເປີດຕົວຢ່າງເປັນທາງການໃນຊ່ວງ YouTube ຂອງກົມໃຫຍ່ທ່ອງທ່ຽວ ຫວຽດນາມ.
“ຈົ່ງ​ພ້ອມ​ກັນ​ປະ​ກາຍ​ແສງ​ ແລະ ເຂົ້າ​ຮ່ວມ​ຄົ້ນ​ຫາ ຫວຽດ​ນາມ ຢ່າງ​ເຕັມ​ທີ່” - ảnh 1(ພາບປະກອບ: hanoi.com.vn)

ນີ້ແມ່ນຜະລິດຕະພັນສື່ມວນຊົນຂອງສູນຂໍ້ມູນການທ່ອງທ່ຽວ (ກົມໃຫຍ່ທ່ອງທ່ຽວ) ດ້ວຍການສະໜັບສະໜູນຂອງ Vinpearl ແລະ Google, ແນໃສ່ຕອບສະໜອງເຫດການ ຊີເກມ 31 ທີ່ຈັດຂຶ້ນຢູ່ ຫວຽດນາມ. ຄຼິບວີດີໂອດັ່ງກ່າວ ແມ່ນຄຳເຊື້ອເຊີນບັນດາຄະນະນັກກິລາ, ຜູ້ຊົມຜູ້ເຊຍ, ແຂກທ່ອງທ່ຽວຢູ່ໃນພາກພື້ນ ແລະ ທົ່ວໂລກ ຈົ່ງມາ ຫວຽດນາມ ເຊື່ອມຕົວເຂົ້າກັບ ຊີເກມ 31, ພ້ອມກັນປະກາຍແສງ ແລະ ເຂົ້າຮ່ວມຄົ້ນຫາທ່ອງທ່ຽວ ຫວຽດນາມ ຢ່າງເຕັມທີ ດ້ວຍຫຼາຍການເຄື່ອນໄຫວທ່ອງທ່ຽວ, ກິລາທີ່ຟົດຟື້ນ, ຈັບອົກຈັບໃຈນັບແຕ່ເໜືອຮອດໃຕ້, ນັບແຕ່ທະເລຮອດພູຜາປ່າໄມ້…

        ດ້ວຍຄວາມຍາວ 1 ນາທີ 11 ວິນາທີ, ຄຼິບວິດີໂອ “ຫວຽດນາມ: ໄປເພື່ອຮັກ! - Let’s shine and live fully” ໄດ້ນຳສະເໜີຮູບພາບທີ່ມີຊີວິດຊີວາກ່ຽວກັບສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງອັນດັບໜຶ່ງຂອງ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ