ຈັດກອງປະຊຸມກ່ຽວກັບວຽກງານຮັບປະກັນຄວາມສະຫງົບປອດໄພໃຫ້ແກ່IPU132

  ຈັດກອງປະຊຸມກ່ຽວກັບວຽກງານຮັບປະກັນຄວາມສະຫງົບປອດໄພໃຫ້ແກ່IPU132 - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກວດ​ກາ
ສະ​ຖານ​ທີ່​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່ IPU 132
ພາບ:chinhphu.vn

(vovworld)- ​ ​ ຕອນ​ເຊົ້າ​ວັນ​ທີ 28/2 ຢູ່ ຮ່າ​ໂນ້ຍ, ຄະ​ນະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132  (IPU 132) ໄດ້​ຈັດ​ກອງ​ປະ​ຊຸມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ​ເພື່ອກວດ​ກາ​ລະ​ດັບ​ການ​ກະ​ກຽມ​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ​ໃຫ້​ແກ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ຮອງ​ຫົວ​ຫນ້າ​ຄະ​ນະ​ຊີ້​ນຳ​ຂັ້ນ​ລັດ​ກ່ຽວ​ກັບ​ການ​ຈັດ​ຕັ້ງ ​ກອງ​ປະ​ຊຸມ ໃຫນ່ IPU 132 ໄດ​້ນ​ເນັ້ນ​ຫນັກ​ວ່າ: ນີ້​ແມ່ນ​ເຫດ​ການການ​ຕ່າງ​ປະ​ເທດ​ສຳ​ຄັນ ແລະ ມີ​ຂອບ​ຂະ​ຫນາດ​ໃຫຍ່​ສຸດ​ນັບ​ແຕ່ກ​ອ່ນ​ມາ​ຮອດ​ປະ​ຈຸ​ບັນ ຊື່ງ​ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ. ເລື່ອງ​ຈັດ​ຕັ້ງ​ກອງ​ປະ​ຊຸມໃຫຍ່ IPU 132 ສຳ​ເລັດ ຈະ​ຍ​ົກ​ສູງ​ບົດ​ບາດ, ອິດ​ທິ​ພົນ​ຊື່​ສຽງ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ໃນ ສະ​ມັດ​ຊາ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກກວ່າ​ອີກ, ປະ​ກອບ​ສ່ວນ​ຊ​ຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ໃນ​ໂລກ. ທ່ານ​ຮ​ອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໃສ່​ໃຈ​ບັນ​ດາ​ກະ​ຊວງ, ຂ​ະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ ຄວນ​ສຸ​ມ​ໃສ່​ກວດ​ກາ, ວາງ​ແຜນ​ການ​ໃຫ້​ສຳ​ເລັດ​ເພື່ອ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ​ໃຫ້​ແກ່ກອງ​ປະ​ຊຸມ​ໃຫຍ່ ​IPU 132.

ຂ່າວ/ບົດ​ອື່ນ