ຈັດການປະຊຸມຂ່າວກ່ຽວກັບ ກອງປະຊຸມປະຈຳເດືອນ 3 ຂອງລັດຖະບານ.

ຈັດການປະຊຸມຂ່າວກ່ຽວກັບ   ກອງປະຊຸມປະຈຳເດືອນ 3 ຂອງລັດຖະບານ. - ảnh 1
ການ​ປະຊຸມ​ຂ່າວນັດສາມັນຂອງລັດຖະບານ
ພາບ:internet

(vovworld) - ຕອນ​ບ່າຍວັນ​ທີ 1/4, ຫ້ອງ​ວ່າການ​ລັດຖະບານ ​ໄດ້​ຈັດການ​ປະຊຸມ​ຂ່າວ​ນັດ​ສາມັນ ພາຍຫລັງສິ້ນ​ສຸດ​ກອງ ປະຊຸມ​ປະຈຳ​ເດືອນ​ 3 ຂອງ​ລັດຖະບານ. ທີ່​ການ​ປະຊຸມ​ຂ່າວ, ທ່ານ Vu Duc Dam ລັດຖະມົນຕີ, ຫົວຫນ້າ​ຫ້ອງ​ວ່າການ​ລັດຖະບານ ​ໃຫ້​ຮູ້​ວ່າ: ​ໃນ​ເດືອນ 3 ​ແລະ 3 ​ເດືອນ​ຕົ້ນ​ປີ 2012, ບັນດາ​ກະຊວງ​ຂະ​ແຫນງ​ການ​ຜັນ​ຂະຫຍາຍ​ບັນດາ​ມະຕິ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ສູນ​ກາງຢ່າງ​ເຂັ້ມ​ງວດ ​ແລະ ບັນລຸ​ໝາກຜົນ​ອັນ​ຕັ້ງຫນ້າ. ລາຄາ​ໃນ​ທ້ອງ​ຕະຫລາດ​ເປັນ​ປົກກະຕິ, ດັດຊະນີ​ລາຄາ​ໃຊ້​ສອຍ​ໃນ​ເດືອນ 3 ພຽງ​ເພີ່ມ​ຂຶ້ນ 0,16 % ຊຶ່ງ​ແມ່ນ​ລະດັບ​ເພີ່ມ​​ຕ່ຳ​ສຸດ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ຊຸມ​ປີຜ່ານມາ. ວົງ​ເງິນ​ສົ່ງ​ອອກ​ຂອງ​ ຫວຽດນາມ ​ໃນ 3 ​ເດືອນ​ຜ່ານ​ມາ​ບັນລຸ 24, 5 ​ຕື້ USD ​ເພີ່ມ​ຂຶ້ນ 26,6% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ນີ້​ແມ່ນ​ໝາ​ກຜົນ​ດີ​ພໍ​ສົມຄວນ​ໃນ​ສະພາບ​ເສດຖະກິດ​ໂລກ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ລະດັບ​ຈະ​ເລີ​ນ​ເຕີບ​​ໂຕ GDP ​ໃນ​ໄຕ​ມາດ 1/2012 ຂອງ​ຫວຽດນາມ ​ແມ່​ນຕ່ຳ​ກວ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີ​ກາຍ. ການ​ຜະລິດ​ອຸດສາຫະກຳ,​ ປຸງ​ແຕ່ງ ປະສົບ​ກັບ​ຄວາ​ມຫຍຸ້ງຍາກ​ຍ້ອນ​ລາຍ​ຈ່າຍ​ສົ້ນ​ເຂົ້າ​ສູງ, ການຈຳຫນ່າຍ​ຊັກ​ຊ້າ, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ຕ້ອງ​ຢຸດຕິ​ການ​ຜະລິດ ຫລື​ລົ້ມ​ລະລາຍ.  ທ່ານ Vu Duc Dam ລັດຖະມົນຕີ, ຫົວຫນ້າ​ຫ້ອງ​ວ່າການ​ລັດຖະບານ ຢືນຢັນ​ວ່າ:

        “​ກ່ຽວ​ກັບ​ເລື່ອງ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ຢຸດຕິ​ການ​ຜະລິດ ​ແລະ ລົ້ມ​ລະລາຍ ​ກໍ​ສ່ອງ​ແສງ​ໃຫ້​ເຫັນ​ສະພາບ​ການ​ຜະລິດ​ແມ່ນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ພິ​ເສດ ບັນດາ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ວິ​ສາ​ຫະກິດ​ຢູ່​ຫວຽດນາມ ສ່ວນ​ຫລາຍ​ແມ່ນ​ມີ​ຂອບ​ຂະຫນາດ​ນ້ອຍ ສະ​ນັ້ນ ຈຳນວນ​ວິ​ສາ​ຫະກິດ​ຂະຫນາດ​ນ້ອຍ​ລົ້ມ​ລະລາຍ ກໍ່​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ຄົນ​ງານ​ປານ​ໃດ.”

Vu Duc Dam ລັດຖະມົນຕີ, ຫົວຫນ້າ​ຫ້ອງ​ວ່າການ​ລັດຖະບານ ກໍ​​ເນັ້ນ​ຫນັກ​ເຖິງ​ຫນ້າ​ທີ່​ຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຕ້ອງ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ຮັກສາ ​ແລະ ພັດທະນາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ​ແກ້​ໄຂ​ວຽກ​ງານ​ງານ​ທຳ​ໃຫ້​ແກ່​ຄົນ​ງານ.

 


ຂ່າວ/ບົດ​ອື່ນ