ຈັດການພົບປະເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງເຫດການ 81 ວັນແລະຄືນຕໍ່ສູ້ປົກປັກຮັກສາກຳແພງເກົ່າ ກວ໋າງຈິ

(VOVWORLD) -ການພົບປະເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຮັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກຮົບເກົ່າທີ່ໄດ້ຕໍ່ສູ້ຢ່າງພິລະອາດຫານໃນບັ້ນຮົບປົກປັກຮັກສາກຳແພງເກົ່າ ກວ໋າງຈິ ປີ 1972.
ຈັດການພົບປະເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງເຫດການ 81 ວັນແລະຄືນຕໍ່ສູ້ປົກປັກຮັກສາກຳແພງເກົ່າ ກວ໋າງຈິ - ảnh 1ນັກຮົບເກົ່າໃນສະມາຄົມນັກຮົບກຳແພງເກົ່າ ກວ໋າງຈິ ເຂົ້າຮ່ວມການພົບປະ
(ພາບ: TTXVN)

ວັນທີ 12 ກໍລະກົດ, ຢູ່ສະໜາມຫຼວງ ຢາຍຟອງ (ເທດສະບານ ກວ໋າງຈິ, ແຂວງ ກວ໋າງຈິ), ສະມາຄົມນັກຮົບກຳແພງເກົ່າ ກວ໋າງຈິ ປີ 1972 ໄດ້ຈັດພິທີສະເຫຼີມສະຫຼອງເຫດການ 50 ປີແຫ່ງເຫດການ 81 ວັນແລະຄືນຕໍ່ສູ້ປົກປັກຮັກສາກຳແພງເກົ່າ ກວ໋າງຈິ (1972 – 2022), 75 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (1947 – 2022). ການພົບປະເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຮັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກຮົບເກົ່າທີ່ໄດ້ຕໍ່ສູ້ຢ່າງພິລະອາດຫານໃນບັ້ນຮົບປົກປັກຮັກສາກຳແພງເກົ່າ ກວ໋າງຈິ ປີ 1972.

        ພົນຈັດຕະວາ ຫງວຽນຊວັນຊາງ, ປະທານສະມາຄົມນັກຮົບກຳແພງເກົ່າ ກວ໋າງຈິ ປີ 1972, ເນັ້ນໜັກວ່າ ການຕໍ່ສູ້ 81 ວັນ ແລະ ຄືນເພື່ອປົກປັກຮັກສາກຳແພງເກົ່າ ກວ໋າງຈິ (ແຕ່ວັນທີ 28 ມິຖຸນາ - 16 ກັນຍາ 1972) ພ້ອມກັບໄຊຊະນະ “ດ້ຽນບຽນຝູທາງອາກາດ”, ບັງຄັບໃຫ້ ອາເມລິກາ ຕ້ອງເຊື່ອມຕໍ່ການເຈລະຈາ ແລະ ພາໄປເຖິງການລົງນາມໃນສັນຍາ ປາຣີ ກ່ຽວກັບການຢຸດຕິສົງຄາມຢູ່ ຫວຽດນາມ, ປະກອບສ່ວນສ້າງປະຖົມປັດໃຈໃຫ້ແກ່ບັ້ນຮົບ ໂຮ່ຈີມິນ ປະຫວັດສາດ ສ້າງໄຊຊະນະອັນຍິ່ງໃຫຍ່ໃນລະດູບານໃໝ່ປີ 1975.

        ເນື່ອງໃນໂອກາດນີ້, ມີຫຼາຍອົງການຈັດຕັ້ງ, ຫົວໜ່ວຍ, ວິສາຫະກິດໄດ້ມອບຂອງຂວັນໃຫ້ແກ່ແມ່ ຫວຽດນາມ ວິລະຊົນ; ມອບເຮືອນ “ນ້ຳໃຈອົບອຸ່ນເພື່ອນຮ່ວມກົມກອງ” 10 ຫຼັງໃຫ້ແກ່ເທດສະບານ ກວ໋າງຈິ.

ຕອບກັບ

ຂ່າວ/ບົດ​ອື່ນ