ຈັດການເຄື່ອນໄຫວຕ່າງໆເນື່ອງໃນວັນປື້ມ ແລະ ວັດທະນະທຳການອ່ານ 2023

(VOVWORLD) - ຕອນເຊົ້າວັນທີ 21 ເມສາ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ຈັດພິທີປຸກລະດົມວັນປື້ມ ແລະ ວັດທະນະທຳການອ່ານ ຫວຽດນາມ 2023
ຈັດການເຄື່ອນໄຫວຕ່າງໆເນື່ອງໃນວັນປື້ມ ແລະ ວັດທະນະທຳການອ່ານ 2023 - ảnh 1ພາບປະກອບ

ວັນທີ 21 ເມສາ, ແມ່ນວັນປື້ມ ແລະ ວັດທະນະທຳການອ່ານ ຫວຽດນາມ. ບັນດາການເຄື່ອນໄຫວວັນປື້ມ ແລະ ວັດທະນະທຳການອ່ານ ຫວຽດນາມ 2023 ໄດ້ຈັດຂຶ້ນຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ.

        ຢູ່ຮ່າໂນ້ຍ, ຕອນເຊົ້າວັນທີ 21 ເມສາ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ຈັດພິທີປຸກລະດົມວັນປື້ມ ແລະ ວັດທະນະທຳການອ່ານ ຫວຽດນາມ 2023. ກໍ່ໃນຕອນເຊົ້າວັນດຽວກັນ, ປະຊາຊົນນະຄອນຫຼວງແລະ ແຂກທ່ອງທ່ຽວເກືອບ 1.000 ຄົນ ໄດ້ເຂົ້າຮ່ວມພິທີໄຂວັນປື້ມ ແລະ ວັດທະນະທຳການອ່ານຢູ່ຖະໜົນປື້ມ, ເມືອງ ຮ່ວານກຽມ, ຮ່າໂນ້ຍ, ເປີດສາກໃຫ້ບັນດາເຫດການແກ່ຍາວຮອດໝົດເດືອນເມສາ. ຕາມທ່ານຟ້າມຕວັນລອງ, ປະທານຄະນະກຳມະການປະຊາຊົນ ເມືອງ ຮ່ວານກຽມ, ຮ່າໂນ້ຍ ແລ້ວ, ລາຍການເພື່ອແນໃສ່ເສີມຂະຫຍາຍບັນຍາກາດວັດທະນະທຳການອ່ານເພື່ອໃຫ້ຖະໜົນປື້ມ ຮ່າໂນ້ຍ ກາຍເປັນຈຸດນັດພົບວັດທະນະທຳຢູ່ນະຄອນຫຼວງ ພາຍຫຼັງໄດ້ນຳເຂົ້າເຄື່ອນໄຫວເປັນເວລາ 6 ປິຢ່າງມີປະສິດທິຜົນ:

        “ພວກຂ້າພະເຈົ້າເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາອົງການ ແລະ ບັນດາສຳໜັກພິມຈຳໜ່າຍ, ກໍ່ຄືກັບບັນດານັກວັນນະຄະດີ ເພື່ອເພີ່ມຈຳນວນການພົບປະແລກປ່ຽນ, ແນະນຳປື້ມ, ຫົວເລື່ອງສະເພາະ ກ່ຽວຂ້ອງເຖິງປື້ມເພື່ອເປີດກ້ວາງ, ພັດທະນາຜູ້ອ່ານ”.

        ສ່ວນຢູ່ນະຄອນ ໂຮ່ຈີມິນ, ຈຸດພົ້ນເດັ່ນຂອງວັນປື້ມ ແລະ ວັດທະນະທຳການອ່ານປີນີ້ແມ່ນສະເໜີທູດວັດທະນະທຳການອ່ານ 10 ຄົນ ແລະ ການໂອ້ລົມສົນທະນາກ່ຽວຂ້ອງເຖິງປື້ມ. ທູດວັດທະນະທຳການອ່ານ ເຄື່ອນໄຫວໃນຫຼາຍຂົງເຂດ, ຂະແໜງອາຊີບ ແລະ ມີແບບແຜນການດຳລົງຊີວິດຕັ້ງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ