ຈັດການເຄື່ອນໄຫວຕ່າງໆເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ

(VOVWORLD) - ໃນໄລຍະ 93 ປີແຫ່ງການສ້າງສາ, ອຸທິດສ່ວນ ແລະ ເຕີບໃຫຍ່, ໄວໜຸ່ມນະຄອນຫຼວງ ຮ່າໂນ້ຍ ໄດ້ສືບທອດ ແລະ ເສີມຂະຫຍາຍບັນດາຄຸນຄ່າ, ມູນເຊື້ອຂອງລຸ້ນພໍ່, ລຸ້ນອ້າຍຢ່າງບໍ່ຢຸດຢັ້ງ.
ຈັດການເຄື່ອນໄຫວຕ່າງໆເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ - ảnh 1ທ່ານນາງເລຂາຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ນະຄອນ ຮ່າໂນ້ຍ ຈູຮົ່ງມິງ   ກ່າວຄຳເຫັນທີ່ພິທີ
(ພາບ: hanoimoi.vn)

        ຕອນເຊົ້າວັນທີ 22 ມີນາ, ຢູ່ ຮ່າໂນ້ຍ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ນະຄອນ ຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ (26 ມີນາ 1931 – 26 ມີນາ 2024) ແລະ ຍ້ອງຍໍຊົມເຊີຍພະນັກງານຊາວໜຸ່ມນະຄອນຫຼວງ ດີເດັ່ນ 2023.

        ກ່າວຄຳເຫັນທີ່ພິທີ, ທ່ານນາງເລຂາຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ນະຄອນ ຮ່າໂນ້ຍ ຈູຮົ່ງມິງ ຢືນຢັນວ່າ, ໃນໄລຍະ 93 ປີແຫ່ງການສ້າງສາ, ອຸທິດສ່ວນ ແລະ ເຕີບໃຫຍ່, ໄວໜຸ່ມນະຄອນຫຼວງ ຮ່າໂນ້ຍ ໄດ້ສືບທອດ ແລະ ເສີມຂະຫຍາຍບັນດາຄຸນຄ່າ, ມູນເຊື້ອຂອງລຸ້ນພໍ່, ລຸ້ນອ້າຍຢ່າງບໍ່ຢຸດຢັ້ງ. ໃນໄລຍະຜ່ານມາ, ຄະນະຊາວໜຸ່ມນະຄອນຫຼວງ ຮ່າໂນ້ຍ ໄດ້ປ່ຽນແປງໃໝ່ເນື້ອໃນ ແລະ ວິທີການເຄື່ອນໄຫວຢ່າງບໍ່ຢຸດຢັ້ງ. ທ່ານເລຂາຄະນະຊາວໜຸ່ມ ຮ່າໂນ້ຍ ຈູຮົ່ງມິງ ຊີ້ແຈ້ງບັນດາໜ້າທີ່ຂອງສະມາຊິກຊາວໜຸ່ມໃນໄລຍະຈະມາເຖິງ:

        “ປະຕິບັດວຽກງານສຶກສາໃຫ້ເປັນຢ່າງດີ ມຸ່ງໄປເຖິງການສ້າງຊາວໜຸ່ມນະຄອນຫຼວງ ມີນ້ຳໃຈຮັກຊາດ, ສ້າງຄວາມເຂັ້ມແຂງຂອງຊາດດ້ວຍຕົນເອງ; ຢືດໝັ້ນກັບອຸດົມຄະຕິເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ; ມານະພະຍາຍາມຮ່ຳຮຽນ, ຝືກຝົນຫຼໍ່ຫຼອມ, ຈາກນັ້ນສ້າງຊາວໜຸ່ມນະຄອນຫຼວງ ໃນຍຸກສະໄໝໃໝ່ “ນຳໜ້າ - ເປັນແບບຢ່າງ - ສາມັກຄີ - ມີຄວາມຮັບຜິດຊອບ - ປະດິດຄິດສ້າງ - ເຊື່ອມໂຍງ - ພັດທະນາ”.

        ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມ ດ່ານັ້ງ ໄດ້ຜັນຂະຫຍາຍຮູບແບບ “ຍາມໃດພວກລູກກໍ່ຢູ່ກັບແມ່” ເປັນການຕອບບຸນແທນຄຸນແມ່ ຫວຽດນາມ ວິລະຊົນ 30 ຄົນໃນບໍລິເວນນະຄອນ ດ່ານັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ