ຈັດ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ສະ​ເຫຼີມ​ສະຫຼອງ 75 ປີ ແຫ່ງວັນ​ທົ່ວ​ປະ​ເທດ​ລຸກ​ຮື​ຂຶ້ນ​​ທຳ​ການຕໍ່​ຕ້ານ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີ ແຫ່ງວັນທົ່ວປະເທດລຸກຮືຂຶ້ນທຳການຕໍ່ຕ້ານ (19/12/1946 – 19/12/2021), ຫຼາຍທ້ອງຖິ່ນ, ກະຊວງ, ຂະແໜງການໃນທົ່ວປະເທດໄດ້ຈັດການເຄື່ອນໄຫວແທດຈິງຫຼາຍຢ່າງ.
ຈັດ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ສະ​ເຫຼີມ​ສະຫຼອງ 75 ປີ ແຫ່ງວັນ​ທົ່ວ​ປະ​ເທດ​ລຸກ​ຮື​ຂຶ້ນ​​ທຳ​ການຕໍ່​ຕ້ານ - ảnh 1ບັນດາຜູ້ແທນເຂົ້າຢ້ຽມຊົມງານວາງສະແດງ (ພາບ: TTXVN)

ຢູ່ຮ່າໂນ້ຍ, ຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ (ກົມໃຫຍ່ການເມືອງກອງທັບ ປະຊາຊົນ ຫວຽດນາມ) ໄດ້ຈັດຕັ້ງພິທີໄຂງານວາງສະແດງດ້ວຍຫົວຂໍ້ “ຄຳສາບານຕົວ ຍອມເສຍສະຫຼະຊີວິດ”. ງານວາງສະແດງໄດ້ແນະນຳພາບຖ່າຍ, ເອກະສານ, ວັດຖະພັນທີ່ພົ້ນເດັ່ນຫຼາຍກວ່າ 200 ຢ່າງ, ຜ່ານນັ້ນຢັ້ງຢືນແນວທາງການຕໍ່ຕ້ານ, ສ້າງສາປະເທດຊາດທີ່ຖືກຕ້ອງ, ມີຫົວຄິດປະດິດສ້າງຂອງພັກກອມມູນິດ ຫວຽດນາມ, ໂດຍປະທານໂຮ່ຈີມິນ ເປັນຜູ້ນຳພາ ໃນຊຸມວັນທົ່ວປະເທດລຸກຮືຂຶ້ນທຳການຕໍ່ຕ້ານເມື່ອປີ 1946.

        ຢູ່ຫໍສະໝຸດ ເລິມດົ່ງ ແຂວງ ເລິມດົ່ງ ໄດ້ຈັດງານວາງສະແດງແນະນຳເຖິງຜູ້ຊົມກ່ຽວກັບປຶ້ມ, ເອກະສານປະຫວັດສາດ, ບົດປະພັນວັນນະຄະດີສິລະປະຫຼາຍກວ່າ 50 ຫົວທີ່ສະທ້ອນໃຫ້ເຫັນໄລຍະເວລາພິເສດຂອງປະຫວັດສາດຂອງຊາດນັບແຕ່ຫຼັງການປະຕິວັດເດືອນສິງຫາ ແລະ ຊຸມວັນຕໍ່ສູ້ຢ່າງດຸເດືອດຂອງກ່ອນນີ້ ¾ ສະຕະວັດ.

        ກໍເນື່ອງໃນໂອກາດນີ້, ວັນທີ 17 ທັນວາ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ກໍໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາ ດ້ວຍຫົວຂໍ້ “ທົ່ວປະເທດລຸກຮືຂຶ້ນທຳການຕໍ່ຕ້ານ - ເຈດຈຳນົງປົກປັກຮັກສາເອກະລາດ, ເສລີພາບ ແລະ ບົດຮຽນປະສົບການສຳລັບພາລະກິດແຫ່ງການສ້າງສາ, ພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ”.

ຕອບກັບ

ຂ່າວ/ບົດ​ອື່ນ