ຈັດຕັ້ງການຢ້ຽມຢາມ,ອວຍພອນປີໃໝ່ພະນັກງານ,ນັກຮົບ,ປະຊາຊົນໝູ່ເກາະນາມຢູ

ຈັດຕັ້ງການຢ້ຽມຢາມ,ອວຍພອນປີໃໝ່ພະນັກງານ,ນັກຮົບ,ປະຊາຊົນໝູ່ເກາະນາມຢູ - ảnh 1
ຈັດຕັ້ງການຢ້ຽມຢາມ,ອວຍພອນປີໃໝ່ພະນັກງານ,
ນັກຮົບ, ປະຊາຊົນໝູ່ເກາະນາມຢູ
(ພາບ: baovinhlong.com.vn)


(vovworld) - ​ ​​ວັນ​ທີ 09/01, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງກອງ​ບັນ​ຊາ​ການ​ທະ​ຫານ​ເຮືອເຂດ 5, ບັນ​ດາ​ແຂວງ, ນະ​ຄອນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ແລະ ນັກ​ຂ່າວ​ຂອງ​ບັນ​ດາ​ສຳ​ນັກ​ຂ່າວ​ສານ, ສື່ມວນ​ຊົນ​ສູນ​ກາງ ແລະ ທ້ອງ​ຖິ່ນ ໄດ້​ໄປ​ໝູ່​ເກາະ​ນາມ​ຢູ ຂຶ້ນ​ກັບ​ເມືອງ ກຽນ​ຫາຍ, ແຂວງ​ກຽນ​ຢາງ, ​ເພື່ອຢ້ຽມ​ຢາມ​ຖາມ​ຂ່າວ, ອວຍ​ພອນ​ປີ​ໃໝ່​ພະ​ນັກ​ງານ, ນັກ​ຮົບ, ປະ​ຊາ​ຊົນ​ຢ​ູ່​ທີ່ນີ້. ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ພົບ​ປະ, ຢື້​ຢາມ​ຖາມ​ຂ່າວ​ຊີ​ວິດ​ການ​ເປັນ​ຢູ່, ວຽກ​ງານ ແລະ ມອບຂອງ​ຂວັນ​ປີ​ໃໝ່​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ບັນ​ດາ​ຕາ​ແສງ ອານ​ເຊີນ, ນາມ​ຢູ ແລະ ປ້ອມ​ປ້ອງ​ກັນ​ຊາຍ​ແດນ 742, ​ສະ​ຖາ​ນີ​ຣາ​ດາ 600… ຮ້ອຍ​ເອ​ກ ດິງວັນ​ຟອງ, ຫົວ​ໜ້າສະ​ຖາ​ນີ​​ຣາ​ດາ 600 ໃຫ້​ຮູ້​ວ່າ.

        “ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປີ​ລະ​ກາ, ນອກ​ຈ​າກ​ມາດ​ຕາ​ທີ່ກຳ​ນົດ​ແລ້ວ, ​ກົມ​ກອງ​ຍັງ​ໄດ້​ຫັກ​​ເງິນ​ຈາກກອງ​ທຶນ​ຜະ​ລິດ​ໃຫ້​ທະ​ຫານ​ແຕ່​ລະ​ຄົນ ຢ່າງໜ້ອຍ​ສຸດ​ແມ່ນ 1 ລ້ານ​ດົ່ງ ເພື່ອ​ຊື້​ເຄື່ອງ​​ຂອງຕ້ອນ​ຮັບ​ປີ​ໃໝ່. ​ສວນຜັກ, ໝາກ​ໄມ້ ແລະ ຜະ​ລິດ​ຕະ​​ພັນ​ຈາກ​ສັດ​ລ້ຽງ​ຂອງ​ກົມ​ກອງ​ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ຮັບ​ປະ​ກັນ​ຮັບ​ໃຊ້​ບຸນ​ປີ​ໃໝ່​​ໄດ້ໂດຍ​ພື້ນ​ຖານ​”.

ຂ່າວ/ບົດ​ອື່ນ