ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງວັນຊາດຫວຽດນາມ ທີ 2 ກັນຍາ

(VOVWORLD) -   ເນື່ອງໃນໂອກາດ ວັນຊາດຫວຽດນາມ ທີ 2 ກັນຍາ, ມີການເຄື່ອນໄຫວລະຫຼີ້ນບັນເທິງຫຼາຍຢ່າງ ຖືກຈັດຂຶ້ນຢູ່ບັນດານະຄອນໃນທົ່ວປະເທດ.
ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງວັນຊາດຫວຽດນາມ ທີ 2 ກັນຍາ  - ảnh 1 ( ນັກຮ້ອງ ຈ້ອງເຕິນ - ຜູ້ທີ່ຈະເຂົ້າຮ່ວມລາຍການດົນຕີປະສານສຽງ, ພາບປະກອບ:thethaovanhoa.vn)

        ວັນທີ 02 ກັນຍາ, ລາຍການການສະແດງດົນຕີປະສານສຽງ “ສິ່ງທີ່ຍືນຍົງຄົງຕົວຕະຫຼອດການ” ຄັ້ງທີີ 10 ຈະຖືກຈັດຂຶ້ນຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ. ຢູ່ນະຄອນໂຮ່ຈີມິນ, ຕອນຄໍ່າວັນທີ 02 ກັນຍາ, ຈະຈັດຕັ້ງການຍິງບັ້ງໄຟດອກຢູ່ 3 ຈຸດ. ເນື່ອງໃນໂອກາດນີ້, ຢູ່ເມືອງ ມູ່ກາງຈ໋າຍ ແຂວງອຽນບ໋າຍຂອງຫວຽດນາມ ຈະດໍາເນີນລາຍການ ຂໍ່ານັບຮັບຕ້ອນ ວັນບຸນເອກະລາດ ແລະ ຕະຫຼາດນັດ ມູ່ກາງຈ໋າຍ. ບັນດາການເຄື່ອນໄຫວຢູ່ເຫດການດ່ັງກ່າວ ລວມມີ: ຕະຫຼາດນັດ ມູ່ກາງຈ໋າຍ; ງານວາງສະແດງສິລະປະ...

        ໃນຂະນະນັ້ນ ໃນລະຫວ່າງ ວັນທີ 28 ສິງຫາ - 04 ກັນຍາ ຢູ່ເມືອງ ໂມກເຈົາ, ແຂວງເຊີນລາ ຂອງຫວຽດນາມ ໄດ້ຈັດຕັ້ງເຫດການ ສັບປະດາວັດທະນະທໍາບັນດາເຜົ່າ ເມືອງ ໂມກເຈົ້າ ປີ 2019 ຂຶ້ນ. ທ່ານນາງ ຫງວຽນທິຮວາ, ຮອງປະທານຄະນະກໍາມະການປະຊາຊົນເມືອງ ໂມກເຈົາ ໃຫ້ຮູ້ວ່າ:

        “ຜ່ານບັນດາການເຄື່ອນໄຫວວັດທະນະທໍາຂອງບັນດາເຜົ່າຄັ້ງນີ້ ພວກຂ້າພະເຈົ້າຢາກແນະນໍາບັນດາຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທໍາບັນດາເຜົ່າທີ່ດໍາລົງຊີວິດຢູ່ເມືອງໂມກເຈົາ, ອາຫານການກິນຂອງໂມກເຈົາ ເຖິງແຂກທ່ອງທ່ຽວທັງຫຼາຍ ເພື່ອໃຫ້ເຂົາເຈົ້າເຂົ້າໃຈໂມກເຈົາຫຼາຍກວ່າ, ຮັກແພງໂມກເຈົາ ແລະ ມາຢາມ ໂມກເຈົາ ນັບມື້ນັບຫຼາຍຂຶ້ນ”.

ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງວັນຊາດຫວຽດນາມ ທີ 2 ກັນຍາ  - ảnh 2ການແຂ່ງຂັນຟ້ອນສິງໂຕສາກົນຢູ່ນະຄອນດ່າໜັງ

        ໃນຊຸມວັນແຕ່ວັນທີ 31 ສິງຫາ - 02 ກັນຍາ, ນະຄອນດ່າໜັງ ໄດ້ຈັດຕັ້ວ ການແຂ່ງຂັນຟ້ອນສິງໂຕສາກົນ ເຊິ່ງເປັນເຫດການໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຢູ່ຫວຽດນາມ, ອັນໄດ້ດຶງດູດການເຂົ້າຮ່ວມຂອງ 38 ທິມ ທີ່ມາຈາກບັນດາແຂວງ, ນະຄອນຂອງຫວຽດນາມ ແລະ 8 ທິມສາກົນ ທີ່ມາຈາກ ຈີນ, ສິງກະໂປ, ມາເລເຊຍ, ອິນໂດເນເຊຍ, ອົດສະຕາລີ...

ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງວັນຊາດຫວຽດນາມ ທີ 2 ກັນຍາ  - ảnh 3 ສະຖານທູດຫວຽດນາມ ປະຈໍາ ຮຸງກາຣີ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດຫວຽດນາມຂຶ້ນຢ່າງສົມກຽດ (ພາບ:TTXVN)

        ນອກຈາກບັນດາການເຄື່ອນໄຫວຢູ່ພາຍໃນປະເທດແລ້ວ, ຢູ່ຫຼາຍປະເທດໃນໂລກ, ສະຖານທູດຫວຽດນາມ ປະຈໍາບັນດາປະເທດ ຮຸງກາຣີ, ການາດາ, ອິນເດຍ ... ກໍໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງວັນຊາດທີ 2 ກັນຍາ ເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ