ຈັດຕັ້ງງານບຸນໄຫວ້ພະຈັນໃຫ້ແກ່ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ

(VOVWORLD) - ທີ່ງານບຸນໄຫວ້ພະຈັນຢູ່ແຂວງ ເກິນເທີ ໃນວັນທີ 21 ກັນຍາ, ເດັກນ້ອຍກ່ວາ 100 ຄົນທີ່ພວມໄດ້ຮັບການປິ່ນປົວ ARV ແລະ ເດັກຕິດເຊື້ອ
ຈັດຕັ້ງງານບຸນໄຫວ້ພະຈັນໃຫ້ແກ່ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ - ảnh 1 ພາບປະກອບ

ໃນໂອກາດງານບຸນໄຫວ້ພະຈັນແຕ່ລະປີ, ເດັກພິການ ແລະ ເດັກປະສົບກັບຄວາມຫຍຸ້ງຍາກຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກທົ່ວສັງຄົມ. ທີ່ງານບຸນໄຫວ້ພະຈັນຢູ່ແຂວງ ເກິນເທີ ໃນວັນທີ 21 ກັນຍາ, ເດັກນ້ອຍກ່ວາ 100 ຄົນທີ່ພວມໄດ້ຮັບການປິ່ນປົວ ARV ແລະ ເດັກຕິດເຊື້ອ, ຖືກຜົນສະທ້ອນຈາກ HIV/AIDS ມືຖືໂຄມໄຟ, ໄດ້ລະຫຼິ້ນຫຼາຍກິດຈະກຳ ແລະ ພ້ອມກັນຊົມລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ. ນ້ອງຮິ່ງວັນຟາດ, ມາຈາກເມືອງ ຫວີງແທ້ງ, ນະຄອນເກິນເທີ ແບ່ງປັນວ່າ:

        “ນ້ອງມີຄວາມຕື້ນຕັນໃຈຫຼາຍເມື່ອໄດ້ຮັບຂອງຂວັນ. ນ້ອງໝັ້ນໝາຍວ່າຈະດຸໝັ່ນຮ່ຳຮຽນໃຫ້ເປັນຢ່າງດີເພື່ອກາຍເປັນນັກຮຽນເກັ່ງ.”

        ສ່ວນຢູ່ແຂວງກວາງນີງ, ຂອງຂວັນເນື່ອງໃນໂອກາດງານບຸນໄຫວ້ພະຈັນ 5.000 ພູດ ກໍ່ໄດ້ມອບໃຫ້ເດັກນ້ອຍທຸກຍາກ, ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນບໍລິເວນແຂວງ. ນາງ ຫວູທິຢ້ຽວລີງ, ຮອງເລຂາຄະນະຊາວໜຸ່ມແຂວງ ກວາງນີງ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າປາດຖະໜາວ່າຜ່ານບັນດາລາຍການຄືແນວນີ້ ພວກນ້ອງນ້ອຍເຍົາວະຊົນ, ອະນຸຊົນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ບັນດາພວກນ້ອງເຍົາວະຊົນຢູ່ເຂດຊົນເຜົ່າ ແລະ ທຸກຍາກຈະໄດ້ຮັບຄວາມຮັກແພງ, ຄວາມເອົາໃຈໃສ່, ເບິ່ງແຍງດູແລຈາກປະຊາຄົມສັງຄົມ, ລະດົມກຳລັງໃຈເພື່ອໃຫ້ພວກນ້ອງພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອມີຜົນງານການຮ່ຳຮຽນທີ່ດີ.”

ຕອບກັບ

ຂ່າວ/ບົດ​ອື່ນ