ຈັດ​ຕັ້ງ​ຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ໃນ​ວັນ​ທົ່ວ​ປວ​ງ​ຊົນບໍ​ລິ​ຈາກ​ເລືອດ​ ວັນ​ທີ 7 ເມ​ສາ

(VOVWORLD) -  ດ້ວຍສານທ່ີວ່າ “ບໍລິຈາກເລືອດ - ກອບກູ້ເອົາຊີວິດມະນຸດ”, ວັນທີ 7 ເມສາ, ຢູ່ຫໍປະຊຸມເມືອງ ຖ໋າຍຖຸ້ຍ, ຄະນະຊີ້ນຳປຸກລະດົມການບໍລິຈາກເລືອດ ແຂວງ ຖ໊າຍບິ່ງ ໄດ້ຈັດຕັ້ງພິທີປຸກລະດົມວັນທົ່ວປວງຊົນບໍລິຈາກເລືອດ ແລະ ໄດ້ດຶງດູດຜູ້ເຂົ້າຮ່ວມຫຼາຍກວ່າ 500 ຄົນ, ຄາດວ່າ ຈະໄດ້ຮັບເລືອດບໍລິຈາກ 300 ຖົງ. 
ຈັດ​ຕັ້ງ​ຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ໃນ​ວັນ​ທົ່ວ​ປວ​ງ​ຊົນບໍ​ລິ​ຈາກ​ເລືອດ​ ວັນ​ທີ 7 ເມ​ສາ - ảnh 1(ພາບ:  VOV)

    ຕອນເຊົ້າວັນທີ 7 ເມສາ, ຢູ່ຫໍວັດທະນະທຳ ສະຫະພັນແຮງງານ ທີ່ນະຄອນ ກອນຕຸມ, ຄະນະຊີ້ນຳປຸກລະດົມການບໍລິຈາກເລືອດ ແຂວງ ກອນຕຸມ ໄດ້ຈັດຕັ້ງພິທີໂຮມຊຸມນຸມມິດຕິງ ດ້ວຍຫົວຂໍ້ “ບໍລິຈາກເລືອດ - ກອບກູ້ເອົາຊີວິດມະນຸດ”. ພາຍຫຼັງພິທີໂຮມຊຸມນຸມມິດຕິງ, ໂຮງໝໍຫຼາຍຂະແໜງແຂວງ ກອນຕຸມ ໄດ້ຈັດຕັ້ງການບໍລິຈາກເລືອກຢູ່ກັບບ່ອນ ແລະ ບັນລຸໄດ້ຮັບເລືອດຫຼາຍກວ່າ 200 ຖົງ. ໃນປີ 2021, ແຂວງ ໄດ້ວາງເປົ້າໝາຍຮັບເລືອດບໍລິຈາກໄດ້ຫຼາຍກວ່າ 5.600 ຖົງ ເຊິ່ງກວມເອົາ 1,1% ຈຳນວນປະຊາກອນຂອງແຂວງ.

        ໃນພິທີໂຮມຊຸມນຸມມິດຕິງຕອບສະໜອງ ວັນທົ່ວປວງຊົນບໍລິຈາກເລືອດ ຂອງນະຄອນ ຫ໋າຍຟ່ອງ ທີ່ຖືກຈັດຂຶ້ນໃນຕອນເຊົ້າວັນທີ 7 ເມສາ, ທ່ານ ເລຄັກນາມ, ຮອງປະທານຄະນະກຳມະການປະຊາຊົນນະຄອນ, ຫົວໜ້າຄະນະຊີ້ນຳການບໍລິຈາກເລືອດນະຄອນ ຫາຍຟ່ອງ, ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຫ໋າຍຟ່ອງ ຈະສືບຕໍ່ໂຄສະນາ, ປຸກລະດົມປະຊາຊົນເຂົ້າຮ່ວມການບໍລິຈາກເລືອດ ໃຫ້ດີກວ່າອີກ, ເພື່ອແນໃສ່ສືບຕໍ່ຕັ້ງໜ້າຕອບສະໜອງ ຄຳຮຽກຮ້ອງທົ່ວປວງຊົນບໍລິຈາກເລືອດ ແລະ ກະກຽມໃຫ້ແກ່ຂະບວນການບໍລິຈາກເລືອດ - ເຊື່ອມຕໍ່ສາຍເລືອດ ຫວຽດນາມ ປີ 2021 ໂດຍຄະນະຊີ້ນຳການບໍລິຈາກເລືອດແຫ່ງຊາດ ຈັດຕັ້ງໃນເດືອນ ມິຖຸນາ ຈະມາເຖິງ.

        ດ້ວຍສານທ່ີວ່າ “ບໍລິຈາກເລືອດ - ກອບກູ້ເອົາຊີວິດມະນຸດ”, ວັນທີ 7 ເມສາ, ຢູ່ຫໍປະຊຸມເມືອງ ຖ໋າຍຖຸ້ຍ, ຄະນະຊີ້ນຳປຸກລະດົມການບໍລິຈາກເລືອດ ແຂວງ ຖ໊າຍບິ່ງ ກໍໄດ້ຈັດຕັ້ງພິທີປຸກລະດົມວັນທົ່ວປວງຊົນບໍລິຈາກເລືອດ ແລະ ໄດ້ດຶງດູດຜູ້ເຂົ້າຮ່ວມຫຼາຍກວ່າ 500 ຄົນ, ຄາດວ່າ ຈະໄດ້ຮັບເລືອດບໍລິຈາກ 300 ຖົງ. 

ຕອບກັບ

ຂ່າວ/ບົດ​ອື່ນ