ຈັດບັນດາການເຄື່ອນໄຫວລະນຶກເຖິງວັນໄພພິບັດທາດພິດສີສົ້ມຢູ່ ຫວຽດນາມ ຄົບຮອບ 58 ປີ

(VOVWORLD) -ເພື່ອລະນຶກເຖິງວັນໄພພິບັດທາດພິດສີສົ້ມ ຢູ່ຫວຽດນາມ ຄົບຮອບ 58 ປີ (10/8/1961 – 10/08/2019) ຕອນເຊົ້າວັນທີ 10 ສິງຫາ, ຢູ່ນະຄອນໂຮ່ຈີມິນ ຂອງຫວຽດນາມ, ມີປະຊາຊົນກວ່າ 5.000 ຄົນເຂົ້າຮ່ວມຂະບວນການຍ່າງ “ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ແລະ ຄົນພິການທີ່ທຸກຍາກ” ຄັ້ງທີ 13 ຢູ່ສວນສາທາລະນະ ວັດທະນະທໍາ ເດິ່ມແຊນ, ໂດຍສະພາກາແດງນະຄອນໂຮ່ຈີມິນຈັດຕັ້ງຂຶ້ນ.

         ເນື່ອງໃນໂອກາດນີ້, ສະພາກາແດງນະຄອນໂຮ່ຈີມິນ ໄດ້ສົມທົບກັບບັນດາຫົວໜ່ວຍອົງການຈັດຕັ້ງບໍລິຈາກເງິນສ້າງກອງທຶນເບິ່ງແຍງດູແລສຸຂະພາບ, ປົວແປງຊີວິດການເປັນຢູ່ໃຫ້ແກ່ຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ, ຄົນພິການທີ່ທຸກຍາກ. ເຂົ້າຮ່ວມການເຄື່ອນໄຫວຍ່າງຄັ້ງນີ້, ນາງ ຟ້າມທິທູຖຸ໋ຍ, ນັກສຶຶກສາມະຫາວິທະຍາໄລສ້າງຄູ ນະຄອນໂຮ່ຈີມິນ ແບ່ງປັນວ່າ:

        “ຂ້າພະເຈົ້າຮູ້ສຶກດີໃຈ ແລະ ມີຄວາມສຸກທີ່ສຸດ ເພາະວ່ານີ້ເປັນຄັ້ງທີ 10  ທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມລາຍການທີ່ເຕັມໄປດ້ວຍລັກສະນະມະນຸດສະທໍາ ແລະ ມີຄວາມໝາຍນີ້, ອັນໄດ້ຊ່ວຍພວກນ້ອງສາມາດເຊື່ືອມຕົວເຂົ້າກັບການດໍາລົງຊີວິດ ແລະ ຮໍ່າຮຽນໄດ້ດີກວ່າ. ໃນອະນາຄົດ, ຂ້າພະເຈົ້າມີຄວາມໄຝ່ຝັນເປັນຄູສອນ ເພື່ອຊ່ວຍຜູ້ທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຄືກັບຂ້າພະເຈົ້າ”.

ຈັດບັນດາການເຄື່ອນໄຫວລະນຶກເຖິງວັນໄພພິບັດທາດພິດສີສົ້ມຢູ່ ຫວຽດນາມ ຄົບຮອບ 58 ປີ - ảnh 1ການນໍາແຂວງບິ່ງເຢືອງ ມອບໃບຍ້ອງຍໍໃຫ້ແກ່ບັນດາໝູ່ຄະນະທີ່ໄດ້ປະກອບສ່ວນເຂົ້າໃນການເບິ່ງແຍງດູແລຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ (ພາບ:TTXVN)

        ແລະກໍໃນວັນທີ 10 ສິງຫາ, ສະພາກາແດງ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນແຂວງນິງບິ່ງ ກໍໄດ້ສົມທົບກັບໂຮງໝໍມິດຕະພາບຫວຽດນາມ - ເຢຍລະມັນ (ຮ່າໂນ້ຍ) ຈັດຕັ້ງລາຍການກວດພະຍາດ, ໃຫ້ຄໍາປຶກສາກ່ຽວກັບສຸຂະພາບ, ແຈກຢາຍຢຸກຢາໂດຍບໍ່ຄິດຄ່່າ ແລະ ມອບຂອງຂວັນໃຫ້ແກ່ຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມກວ່າ 400 ຄົນ.

        ກ່ອນໜ້ານັ້ນ, ວັນທີ 9 ສິງຫາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ແຂວງບິ່ງເຢືອງ ແລະ ຊອັກຈັງ ກໍໄດ້ຈັດການເຄື່ອນໄຫວຕ່າງໆເພື່ອລະນຶກເຖິງວັນໄພພິບັດທາດພິດສີສົ້ມຢູ່ຫວຽດນາມເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ