ຈັດ​ບັນ​ດາການ​ເຄື່ອນ​ໄຫວສະ​ເຫຼີມ​ສະ​ຫຼອງ ວັນ​ຄູ ຫວ​ຽດ​ນາມ 20 ພະ​ຈິກ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄູ ຫວຽດນາມ ຄືວັນທີ 20 ພະຈິກ, ທ່ານ ຟຸ່ງຊວັນຍະ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນເຖິງພະນັກງານ, ຄູອາຈານ, ພາລະກອນທີ່ໄດ້ ແລະ ພວມເຮັດວຽກໃນຂະແໜງການສຶກສາ.
ຈັດ​ບັນ​ດາການ​ເຄື່ອນ​ໄຫວສະ​ເຫຼີມ​ສະ​ຫຼອງ ວັນ​ຄູ ຫວ​ຽດ​ນາມ 20 ພະ​ຈິກ - ảnh 1

ທ່ານນາຍົກລັດຖະມົນຕີເຂົ້າຮ່ວມພິທີໄຂສົກຮຽນ ແລະ ໂອ້ລົມກັບຄູໂຮງຮຽນປະຖົມສຶກສາເຕິນຮ໊ວາ, ແຂວງກ໋ວາງບີ່ງ

ໃນຈົດໝາຍ, ທ່ານລັດຖະມົນຕີ ໄດ້ເນັ້ນໜັກວ່າ: ສົກຮຽນປີ 2018 – 2019, ຂະແໜງສຶກສາຂອງປະເທດຊາດສືບຕໍ່ບັນລຸໄດ້ບັນດາໝາກຜົນສຳຄັນມີລັກສະນະບານພັນບົນເສັ້ນທາງແຫ່ງການປ່ຽນແປງໃໝ່ພື້ນຖານການສຶກສາຢ່າງຮອບດ້ານ.

ເພື່ອຜັນຂະຫຍາຍສຳເລັດຫຼັກສູດການສຶກສາຂັ້ນສາມັນໃໝ່ນັ້ນ, ປັດໄຈທີ່ມີລັກສະນະຕັດສິນຊີ້ຂາດຕົ້ນຕໍແມ່ນຖັນແຖວຄູອາຈານ. ຫວນຄືນປີ 2019, ຖັນແຖວຄູອາຈານ, ພະນັກງານຄຸ້ມຄອງການສຶກສາໃນທົ່ວປະເທດບໍ່ພຽງແຕ່ມີຄວາມມານະພະຍາຍາມປະຕິບັດໃຫ້ສຳເລັດໜ້າທີ່ສອນດີ, ຄຸ້ມຄອງດີເທົ່ານັ້ນ ແຕ່ຍັງປັບຕົວໃຫ້ເຂົ້າກັບການປ່ຽນແປງໃໝ່ອີກດ້ວຍ.

ທ່ານລັດຖະມົນຕີເຊື່ອໝັ້ນວ່າ ຄູອາຈານ, ພະນັກງານຄຸ້ມຄອງການສຶກສາແຕ່ລະຄົນຈະຕ້ອງຮັກສາຄວາມສຸດຈິດສຸດໃຈ, ຄວາມເມົາມົວຫຼົງໄຫຼກັບອາຊີບ, ເພື່ອພາລະກິດ “ສ້າງຄົນ” ອັນສູງສົ່ງໃຫ້ແກ່ປະເທດຊາດ.

        ເນື່ອງໃນໂອກາດນີ້, ບັນດາທ້ອງຖິ່ນຕ່າງໆໃນທົ່ວປະເທດກໍ່ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະແດງຄວາມຮູ້ບຸນຄຸນຂອງຖັນແຖວຄູອາຈານ.

ຕອບກັບ

ຂ່າວ/ບົດ​ອື່ນ