ຈັດບັນ​ດາ​ຖ້ຽວ​ບິນ​​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ​ກັບ​ຄືນ​ປະ​ເທດ

(VOVWORLD) -ກົມການບິນ ຫວຽດນາມ ຫາກໍ່ມີເອກະສານສົ່ງໄປຍັງກົມກົງສູນ- ກະຊວງການຕ່າງປະເທດ ຫວຽດນາມ ກ່ຽວກັບການຈັດບັນດາຖ້ຽວບິນ ຳສົ່ງພົນລະເມືອງ ຫວຽດນາມ ຈາກຍີ່ປຸ່ນ, ສ.ເກົາຫຼີ ແລະ ໄຕ້ຫວັນ (ຈີນ) ກັບຄືນປະເທດຕາມຮູບການ ຈ່າຍຄ່າບໍລິການເອງ ໃນໄລຍະແຕ່ວັນທີ 1 ທັນວາ 2020 ຫາ 15 ມັງກອນ 2021. 
ຈັດບັນ​ດາ​ຖ້ຽວ​ບິນ​​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ​ກັບ​ຄືນ​ປະ​ເທດ - ảnh 1 ພາບປະກອບ: nld.com.vn

ບັນດາຖ້ຽວບິນໂດຍບັນດາບໍລິສັດການບິນ ຫວຽດນາມ ປະຕິບັດ ແລະ ພຽງແຕ່ລົງຈອດຢູ່ບັນດາທ່າອາກາດສະຍານຄື: ເວິນໂດ່ນ (ກ໋ວາງນິງ), ດ່ານັ້ງ, ກາມແຣງ (ແຄັ໊ງຮ່ວາ), ເກິ່ນເທີ, ຝູກ໊ວກ (ກຽນຢາງ), ເທາະຊວັນ (ແທັງຮວາ) ແລະ ຝູກາດ (ບິ່ງດິ້ງ). ຍອດຈຳນວນຖ້ຽວບິນຈາກ ຍີ່ປຸ່ນ, ສ.ເກົາຫຼີ, ໄຕຫວັນ (ຈີນ) ກັບຄືນຫວຽດນາມແມ່ນ 33 ຖ້ຽວ/ອາທິດ. ພົນລະເມືອງ ຫວຽດນາມທຸກຄົນທີ່ກັບຄືນປະເທດ ພາຍຫຼັງເຂົ້າເມືອງຈະໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ