ຈັດພິທີໄຫວ້ອາໄລລະດັບຊາດທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ເກີດວັນທີ 20 ຕຸລາ 1962; ບ້ານເກີດຢູ່ ຕາແສງ ເຕິນລຽນ, ເມືອງ ວິ້ງບາວ, ນະຄອນ ຫາຍຟ່ອງ.
ຈັດພິທີໄຫວ້ອາໄລລະດັບຊາດທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ຖິງແກ່ມໍລະນະກຳໃນເວລາ 20 ໂມງ 30 ນາທີ
(ພາບ: VGP)

        ວັນທີ 23 ສິງຫາ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດແຫ່ງ ສສ.ຫວຽດນາມ, ປະທານປະເທດແຫ່ງ ສສ.ຫວຽດນາມ, ລັດຖະບານແຫ່ງ ສສ. ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຄອບຄົວຂໍແຈ້ງຂ່າວທີ່ວ່າ:

        ທ່ານ ເລວັນແທ່ງ ເກີດວັນທີ 20 ຕຸລາ 1962; ບ້ານເກີດຢູ່ ຕາແສງ ເຕິນລຽນ, ເມືອງ ວິ້ງບາວ, ນະຄອນ ຫາຍຟ່ອງ. ເວລາປະຕິບັດງານຢູ່ນະຄອນ ຫາຍຟ່ອງ, ທ່ານເຄີຍດຳລົງບັນດາຕຳແໜ່ງຄື: ຮອງເລຂາ, ເລຂາຄະນະພັກ, ຜູ້ອຳນວຍການບໍລິສັດຊີມັງ ຫາຍຟ່ອງ, ທັງເປັນຫົວໜ້າຄະນະຄຸ້ມຄອງໂຄງການເຂດຕົວເມືອງຊີມັງ ຫາຍຟ່ອງ; ກຳມະການຄະນະພັກນະຄອນ, ກຳມະການຄະນະຮັບຜິດຊອບວຽກງານພັກ, ຮອງປະທານຄະນະກຳມະການປະຊາຊົນນະຄອນ; ຮອງເລຂາຄະນະພັກ; ປະທານຄະນະກຳມະການປະຊາຊົນນະຄອນ; ເລຂາຄະນະພັກນະຄອນ, ເລຂາຄະນະຮັບຜິດຊອບວຽກງານພັກ, ປະທານຄະນະກຳມະການປະຊາຊົນນະຄອນ; ເລຂາຄະນະພັກ, ເລຂາຄະນະຮັບຜິດຊອບວຽກງານພັກ, ປະທານສະພາປະຊາຊົນນະຄອນ.

        ທ່ານແມ່ນກຳມະການສູນກາງພັກຊຸດທີ XII, XIII; ສະມາຊິກສະພາແຫ່ງຊາດຊຸດທີ XII; ເປັນຮອງນາຍົກລັດຖະມົນຕີ ນັບແຕ່ເດືອນ ເມສາ 2021 ມາຮອດປະຈຸບັນ.

ພາຍຫຼັງຕິດພະຍາດ, ເຖິງວ່າ ພັກ, ລັດ, ໝູ່ຄະນະບັນດາສາດສະດາຈານ, ທ່ານໝໍໄດ້ປິ່ນປົວ, ຄອບຄົວເບິ່ງແຍງດູແລ ຢ່າງສຸດຈິດສຸດໃຈ, ແຕ່ຍ້ອນອາການເຈັບໜັກ, ທ່ານໄດ້ເຖິງແກ່ມໍລະນະກຳໃນເວລາ 20 ໂມງ 30 ນາທີ, ວັນທີ 22 ສິງຫາ, ຢູ່ເຮືອນສ່ວນຕົວຢູ່ເມືອງ ໂງກວຽນ, ນະຄອນ ຫາຍຟ່ອງ, ອາຍຸ 61 ປີ.

ເພື່ອສະແດງຄວາມເສົ້າສະຫຼົດໃຈ ແລະ ຮັບຮູ້ບັນດາຜົນງານ, ການອຸທິດສ່ວນຂອງທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດແຫ່ງ ສສ.ຫວຽດນາມ, ປະທານປະເທດແຫ່ງ ສສ.ຫວຽດນາມ, ລັດຖະບານແຫ່ງ ສສ. ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຕົກລົງຈັດພິທີໄຫວ້ອາໄລລະດັບຊາດທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ.

ພິທີໄຫວ້ອາໄລທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ຈະຈັດຂຶ້ນໃນເວລາ 9 ໂມງ, ວັນທີ 24 ສິງຫາ ຮອດເວລາ 7 ໂມງວັນທີ 26 ສິງຫາ, ຢູ່ສູນກອງປະຊຸມນະຄອນ ຫາຍຟ່ອງ.

        ພິທີປົງສົບຈະດຳເນີນກ່ອນເວລາ 11 ໂມງວັນທີ 26 ສິງຫາ, ຢູ່ເຂດສຸສານຕາແສງເຕິນອຽນ, ເມືອງ ວິງບາວ, ນະຄອນ ຫາຍຟ່ອງ.

ຕອບກັບ

ຂ່າວ/ບົດ​ອື່ນ