ຈັດສົ່ງພົນລະເມືອງ ຫວຽດນາມ ຈາກອົດສະຕາລີ ແລະ ນິວຊີແລນ ກັບຄືນປະເທດ

(VOVWORLD) - ວັນທີ 07 ຕຸລາ, ບັນດາອົງການເຈົ້າໜ້າທີ່ຂອງ ຫວຽດນາມ, ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ອົດສະຕາລີ ແລະ ນິວຊີແລນ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາອົງການເຈົ້າໜ້າທີ່ປະເທດປະຈຳຖິ່ນ ຈັດສົ່ງພົນລະເມືອງ ຫວຽດນາມ ເກືອບ 350 ຄົນຈາກ ອົດສະຕາລີ ແລະ ນິວຊີແລນ ກັບຄືນປະເທດຢ່າງປອດໄພ.

 ຜູ້ໂດຍສານໃນຍົນລຳດັ່ງກ່າວ ລວມມີເດັກນ້ອຍອາຍຸຕ່ຳກ່ວາ 18 ປີ, ຜູ້ອາຍຸສູງ, ແມ່ຍິງຖືພາ, ແຮງງານໝົດກຳນົດສັນຍາ, ນັກສຶກສາບໍ່ມີບ່ອນພັກອາໄສຍ້ອນຫໍພັກປິດປະຕູ ແລະ ບັນດາກໍລະນີຖືກປະສົບກັບຄວາມຫຍຸ້ງຍາກອື່ນໆ. ພາຍຫລັງຍົນລົງຈອດຢູ່ສະໜາມບິນສາກົນ ເຕິນເຊີນເຍິດ, ນະຄອນ ໂຮ່ຈີມິນ ຜູ້ໂດຍສານທັງໝົດພ້ອມກັບຈຸບິນ ໄດ້ຮັບການກວດສຸຂະພາບ ແລະ ປະຕິບັດການແຍກຕົວຕາມການກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ