ຈີນ ກວດພົບກໍລະນີຕິດເຊື້ອໄວລັດ Zika ທໍາອິດ

(VOVWORLD) -ວັນທີ 23 ຕຸລາ, ກົມໃຫຍ່ພາສີຈີນ ໄດ້ແຈ້ງໃຫ້ຊາບວ່າ ໄດ້ກວດພົບຊາຍຄົນໜຶ່ງຖືກ ຕິດເຊື້ອໄວລັດ Zika ພາຍຫຼັງກັບມາແຕ່ການໄປທ່ອງທ່ຽວຢູ່ Maldives. ນີ້ແມ່ນກໍລະນີ ຕິດເຊື້ອໄວລັດ Zika ຜູ້ທໍາອິດ ເຊິ່ງໄດ້ຮັບຮູ້ຢູ່ ຈີນ ໃນປີນີ້.

ຕາມກົມໃຫຍ່ພາສີ ຈີນ ແລ້ວ (GAC), ຄົນຕິດເຊື້ອດັ່ງກ່າວມີບັນດາອາການຄື ເປັນໄຂ້ ແລະ ອອກຕຸ່ມ ພາຍຫຼັງກັບມາເຖິງສະໜາມບິນສາກົນ ປ໊າຍອຸ໊ນ ຢູ່ກວ໋າງເຈົາ, ທາງພາກໃຕ້ແຂວງກວ໋າງຕຸງ, ຈີນ. ບັນດາພະນັກງານກົມໃຫຍ່ພາສີ ຈີນ ໄດ້ສັບຊ້ອນເພື່ອໃຫ້ຄົນຜູ້ນີ້ ໄດ້ຮັບການກວດກາສຸຂະພາບ ແລະ ຫຼັງຈາກນັ້ນໄດ້ຮັບຜົນວ່າ ຖືກຕິດເຊື້ອໄວລັດ Zika ກ່ອນໜ້າສອງວັນ. ປັດຈຸບັນ, ຄົນເຈັບຜູ້ດັ່ງກ່າວ ໄດ້ແຍກອອກໃຫ້ຢູ່ຕ່າງຫາກໃນໂຮງໝໍທ້ອງຖິ່ນ.

        ເຊື້ອໄວລັດ Zika ໂດຍຍຸງ Aedes ເປັນພາຫະນະນໍາເຊື້ອ ແລະ ກໍ່ໃຫ້ເກີດຂຶ້ນບັນດາອາການຄືເປັນໄຂ້, ອອກຕຸ່ມແດງຕາມຜິວໜັງ, ເຈັບກ້າມຊີ້ນ ຫຼື ປວດຕາມຕົນໂຕ, ເຈັບຫົວ. ຖ້າຫາກແມ່ມານຖືກ ຕິດເຊື້ອໄວລັດ Zika ອາດຈະເຮັດໃຫ້ເດັກນ້ອຍຢູ່ໃນທ້ອງແມ່ຖືກພິການ. ໃນປີ 2016 – 2017, ຈີນໄດ້ຮັບຮູ້ ການຕິດເຊື້ອໄວລັດ Zika ພາຍຫຼັງໄປທ່ອງທ່ຽວມາ ທັງໝົດແມ່ນ 26 ກໍລະນີ.


ຕອບກັບ

ຂ່າວ/ບົດ​ອື່ນ