ຈີນ ຍິງຍານອາວະກາດ ແຊນເຈົາ-15 ຂຶ້ນວົງໂຄຈອນສຳເລັດຜົນ

(VOVWORLD) -ຈຸນັກບິນຂອງ ແຊນເຈົາ-15  ຈະເຮັດວຽກກັບນັກບິນອາວະກາດ 3 ຄົນຂອງຍານອາວະກາດ ແຊນເຈົາ-14  ທີ່ໄດ້ຢູ່ສູນອາວະກາດແຕ່ຕົ້ນເດືອນ ມິຖຸນາ ເປັນເວລາປະມານ 1 ອາທິດ

        ໃນເວລາ 23 ໂມງຂອງວັນທີ 29 ພະຈິກ (ຕາມເວລາ ປັກກິງ), ຈີນ ໄດ້ຍິງຍານອາວະກາດມີຄົນຂັບ ແຊນເຈົາ-15  ດ້ວຍລູກສອນໄຟຍູ້ ສິງຈິງ-2F Y15 ຈາກສູນຍິງດາວທຽມ ເຈົາແຊວນ , ທາງພາກທິດຕາເວັນຕົກສ່ຽງເໜືອຂອງປະເທດນີ້, ບັນຈຸນັກບິນອາວະກາດ 3 ຄົນຂຶ້ນສູນອາວະກາດ. ອົງການຍານອາວະກາດມີຄົນຂັບ ຈີນ (CMSA) ຖະແຫຼງວ່າ ການຍິງດັ່ງກ່າວບັນລຸຜົນສຳເລັດ, ສ້າງຂີດໝາຍຕໍ່ເລື່ອງ ປະເທດນີ້ໄດ້ສຳເລັດໜ້າທີ່ການຍິງຍານອາວະກາດ 12 ຄັ້ງໃນໄລຍະຢັ້ງຢືນເຕັກໂນໂລຊີ ແລະ ກໍ່ສ້າງສູນອາວະກາດ.

        ຈຸນັກບິນຂອງ ແຊນເຈົາ-15  ຈະເຮັດວຽກກັບນັກບິນອາວະກາດ 3 ຄົນຂອງຍານອາວະກາດ ແຊນເຈົາ-14  ທີ່ໄດ້ຢູ່ສູນອາວະກາດແຕ່ຕົ້ນເດືອນ ມິຖຸນາ ເປັນເວລາປະມານ 1 ອາທິດ ແລະ ຄາດວ່າຈະກັບມາຄືນສູ່ໜ່ວຍໂລກໃນເດືອນ ພຶດສະພາ 2023.

ຕອບກັບ

ຂ່າວ/ບົດ​ອື່ນ