ຈີນ, ຟີ​ລິບ​ປີນ ແລະ ອີ​ຣານ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ

(VOVWORLD) - ວັນທີ  10 ຕຸລາ, ຢູ່ແຂວງ ຢຸນໜານ, ປະເທດຈີນ, ທ່ານ ຫວາງອີ ລັດຖະມົນຕີ ການຕ່າງປະເທດຈີນ ໄດ້ມີການເຈລະຈາກັບທ່ານ Teodoro Locsin Jr  ລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ ແລະ ທ່ານ Mohammad Javad Zarif ລັດຖະມົນຕີການຕ່າງປະເທດອີຣານ, ກ່ອນທີ່ຈະເດີນທາງໄປຢ້ຽມຢາມ 5 ປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້ຄື: ກຳປູເຈຍ, ມາເລເຊຍ, ລາວ, ໄທ ແລະ ສິງກະໂປ.
ຈີນ, ຟີ​ລິບ​ປີນ ແລະ ອີ​ຣານ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ - ảnh 1 ທ່ານ ຫວາງອີ ລັດຖະມົນຕີ ການຕ່າງປະເທດຈີນ (ພາບ: AFP)

ທີ່ການເຈລະຈາກັບລັດຖະມົນຕີ ການຕ່າງປະເທດ ຟີລິບປິນ, ທ່ານ ຫວາງອີ ໃຫ້ຮູ້ວ່າ: ຈີນ ຢຶດໝັ້ນສະໜັບສະໜູນ ແລະ ໜູນຊ່ວຍຟີລິບປິນ ໃຫ້ຫຼາຍທີ່ສຸດໃນການຕໍ່ສູ້ກັບໂລກລະບາດ Covid – 19. ທ່ານ ຫວາງອີ ຖືວ່າ ສອງປະເທດຄວນຊຸກຍູ້ຟື້ນຟູການຜະລິດ ແລະ ເລີ່ມດຳເນີນບັນດາໂຄງການຮ່ວມມືໃຫຍ່ລະຫວ່າງສອງຝ່າຍ, ທ່ານປາດຖະໜາຢາກສອງຝ່າຍ ພ້ອມກັນຊຸກຍູ້ການເຊື່ອມຕໍ່ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ກັບ ຂໍ້ລິເລີ່ມ “ກໍ່ສ້າງ, ກໍ່ສ້າງ, ກໍ່ສ້າງ” ຂອງ ຟີລິບປີນ ຢ່າງເລິກເຊິ່ງກວ້າງຂວາງ, ຍູ້ແຮງວິວັດຂະບວນການປຶກສາຫາລືກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC), ຮັບປະກັນຄວາມສາມາດລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ RCEP ໃນປີນີ້. ສ່ວນທ່ານ Teodoro Locsin Jr ລັດຖະມົນຕີການຕ່າງປະເທດຟີລິບປິນ ຢັ້ງຢືນວ່າ ປະເທດນີ້ປາດຖະໜາຢາກພ້ອມກັບຈີນຜັນຂະຫຍາຍການຮ່ວມມືໃນຂົງເຂດພັດທະນາວັກຊີນກັນພະຍາດ Covid – 19, ຫວັງວ່າ ສອງປະເທດຈະພ້ອມກັນມານະພະຍາຍາມປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ.

ໃນຂະນະນັ້ນ, ທີ່ການເຈລະຈາກັບທ່ານ Mohammad Javad Zarif ລັດຖະມົນຕີກະຊວງການຕ່າງປະເທດ ອີຣານ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດຈີນ ຢັ້ງຢືນວ່າ ປັກກິ່ງ ປາດຖະໜາຢາກພ້ອມກັບ Tehran ປົກປັກຮັກສາລັດທິຫຼາຍຝ່າຍ, ພ້ອມທັງຜັນຂະຫຍາຍການຮ່ວມມືໃນຫຼາຍຂົງເຂດ ໃນນັ້ນມີການຮ່ວມມືກັນປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. ສ່ວນທ່ານ Mohammad Javad Zarif ລັດຖະມົນຕີກະຊວງການຕ່າງປະເທດ ອີຣານ ໄດ້ຕີລາຄາສູງບົດບາດຂອງຈີນໃນການປະສານບັນດາບັນຫາສາກົນ ແລະ ພາກພື້ນ, ກໍ່ຄືຖະແຫຼງຂອງຈີນ ກ່ຽວກັບການບຸລິມະສິດ ວັກຊີນໃຫ້ແກ່ບັນດາປະເທດພວມພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ