ຈີນ, ລັດເຊຍ ບັນລຸໄດ້ຂໍ້ຕົກລົງຄວາມໝັ້ນຄົງຢູ່ເຂດທະເລແດງ ກັບ Houthi

(VOVWORLD) - ຂໍ້ຕົກລົງໄດ້ປະກາດໃນສະພາບຄວາມຂາດສະຖຽນລະພາບເພີ່ມຂຶ້ນຢູ່ເຂດທະເລແດງ, ເມື່ອກຳລັງ Houthi ໄດ້ບຸກໂຈມຕີບັນດາກຳປັ່ນການຄ້າສາກົນຢູ່ເຂດນີ້ຢ່າງລຽນຕິດ ນັບແຕ່ກາງເດືອນ ພະຈິກ 2023
ຈີນ, ລັດເຊຍ ບັນລຸໄດ້ຂໍ້ຕົກລົງຄວາມໝັ້ນຄົງຢູ່ເຂດທະເລແດງ ກັບ Houthi - ảnh 1 ຈີນ ແລະ ລັດເຊຍ ບັນລຸໄດ້ຂໍ້ຕົກລົງກັບກຳລັງ Houthi ຕໍ່ເລື່ອງ ກຳປັ່ນຂອງ 2 ປະເທດນີ້ຈະບໍ່ຖືກບຸກໂຈມຕີເມື່ອໄປຜ່ານທະເລແດງ
(ພາບປະກອບ: AFP/TTXVN)

        ວັນທີ 21 ມີນາ, ຈີນ ແລະ ລັດເຊຍ ບັນລຸໄດ້ຂໍ້ຕົກລົງກັບກຳລັງ Houthi ຢູ່ ເຢແມນ ຕໍ່ເລື່ອງ ກຳປັ່ນຂອງ 2 ປະເທດນີ້ຈະບໍ່ຖືກບຸກໂຈມຕີເມື່ອໄປຜ່ານທະເລແດງ ແລະ ເຂດອ່າວ Aden. ຂໍ້ຕົກລົງບັນລຸໄດ້ພາຍຫຼັງບັນດາການເຈລະຈາຢູ່ Oman ລະຫວ່າງບັນດານັກການທູດຂອງ 2 ປະເທດນີ້ກັບທ່ານ Mohammed Abdel Salam, ເຊິ່ງແມ່ນໜຶ່ງໃນບັນດານັກການເມືອງແຖວໜ້າຂອງກຳລັງ Houthi. ຕາມຫຼາຍແຫຼ່ງຂ່າວແລ້ວ, Houthi ບໍ່ໃຫ້ຂ່າວລະອຽດວ່າ ເປັນຫຍັງຈຶ່ງປະກາດຂໍ້ມູນດັ່ງກ່າວ.

        ຂໍ້ຕົກລົງໄດ້ປະກາດໃນສະພາບຄວາມຂາດສະຖຽນລະພາບເພີ່ມຂຶ້ນຢູ່ເຂດທະເລແດງ, ເມື່ອກຳລັງ Houthi ໄດ້ບຸກໂຈມຕີບັນດາກຳປັ່ນການຄ້າສາກົນຢູ່ເຂດນີ້ຢ່າງລຽນຕິດ ນັບແຕ່ກາງເດືອນ ພະຈິກ 2023, ພ້ອມທັງຖະແຫຼງວ່າ ບັນດາເຫດບຸກໂຈມຕີດັ່ງກ່າວແມ່ນເພື່ອແນໃສ່ຄັດຄ້ານບັ້ນການທະຫານຂອງ ອິດສະຣາແອັນ ຢູ່ເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ