ຈີນ ສະເໜີຈັດການ ເຈລະຈາກ່ຽວກັບ ການຮຽບຮຽງ COC

ຈີນ ສະເໜີຈັດການ ເຈລະຈາກ່ຽວກັບ ການຮຽບຮຽງ COC - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ອວາງ​ອີ
(ພາບ: kienthuc.net.vn)

(vovworld) - ສຳນັກ​ຂ່າວສານ Kyodo ຂອງ ຍີ່ປຸ່ນ ​ເມື່ອ​ວັນ​ທີ 2/5, ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ໂດ​ເນ​ເຊຍ Marty Natalegawa ​ໂດຍ​​ໃຫ້​ຮູ້​ວ່າ: ປັກ​ກິ່ງ ສະ​ເໜີ​: ​ເປີດ​ການ​​ເຈລະຈາ​​ຕ່າງໆກັບ ສະຫະ​ສະມາຄົມ​ບັນດາ​ປະ​ເທດ ອາຊີ ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ຫຼື ອາຊຽນ) ​ເພື່ອ​ຮຽບຮຽງປະມວນ​ລະບຽບການ​ຢູ່ ທະ​ເລ​ຕາ​ເວັນ​ອອກ (COC), ບ່ອນ​ທີ່​ມີ​ການ​ພິພາດ​ກ່ຽວ​ກັບ​ຜືນ​ແຜ່ນດິນ​ລະຫວ່າງ ຈີນ ​ແລະ ບາງ​ປະ​ເທດ ສະມາຊິກ ອາ​ຊຽນ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ການ​​ໂອ້​ລົມ​ສົນທະນາ​ກັບ​ຄູ່​ຕຳແໜ່​ງ ຈີນ ອວາງ​ອີ ທີ່​ພວມ​ຢູ່​ຢ້ຽມຢາມ ອິນ​​​ໂດ​ເນ​ເຊຍ, ທ່ານ Natalegawa ​ໃຫ້​ຮູ້​ວ່າ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ອວາງ​ອີ ​ໄດ້​ສະ​ເໜີ​ສ້າງ​ຕັ້ງ​ກຸ່ມ​ຊ່ຽວຊານ ​ເພື່ອ​ເພີ່ມ​ເຕີມ​ບັນດາ​ການ​ເຈລະຈາ​ຂັ້ນ​ລັດຖະບານ​ກ່ຽວ​ກັບ​ບັນຫາ COC ​ແລະ ຢືນຢັນ​ວ່າ​: ຍາມ​ໃດ ຈີນ ກໍ່​ກຽມພ້ອມ​ປຶກສາ​ຫາລື ​COC, ​ເຫັນ​ດີ​​ພ້ອມ​ກັບ ອາ​ຊຽນ ສ້າງ COC ບົນ​ພື້ນ​ຖານ​ເຫັນ​ດີ​ເຫັນ​ພ້​ອມກັນ. ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ວົງ​ການ​ນັກ​ຂ່າວ​ກ່ຽວ​ກັບ​ທັດສະນະ​ຂອງ ປັກ​ກິ່ງ​ທີ່​ມີ​ຕໍ່​ບັນຫາ ທະ​ເລ​ຕາ​ເວັນ​ອອກ, ທ່ານ ອວາງ​ອີ​​ ​ໃຫ້​ຮູ້​ວ່າ: ຈີນ ປາດ​ຖະໜາ​ຢາກ​ມີ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ແກ້​ໄຂ​ບັນດາ​ການ​ພິພາດ​ຜືນ​ແຜ່ນດິນ​ຜ່ານ​ການ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ດ້ວຍ​ສັນຕິ​ວິທີ.

ຂ່າວ/ບົດ​ອື່ນ