ຈີນ, ອັງກິດ ຈັດຕັ້ງການເຈລະຈາປ້ອງກັນຄວາມສະຫງົບ

ຈີນ, ອັງກິດ ຈັດຕັ້ງການເຈລະຈາປ້ອງກັນຄວາມສະຫງົບ - ảnh 1
(ພາບປະກອບ)

(vovworld) – ​​ ຈີນ ​ແລະ ອັງກິດ​ ຫາ​ກໍ່​ຈັດ​ຕັ້ງ​ການ​ເຈລະຈາ​ປ້ອງ​ກັນ​ຄວາມ​ສະຫງົບ​ຂັ້ນ​ສູງ​ຄັ້ງ​ທີ 2 ລະຫວ່າງ 2 ປະ​ເທດ​ຢູ່​ນະຄອນຫລວງ ລອນ​ດອນ (ອັງກິດ). ກອງ​ປະຊຸມ​ໂດຍ​ທ່ານ ກວາງຢູງຈີ໋ງ ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ການ​ເມືອງກົດໝາຍ ແລະ ທ່ານ Mark Lyall Grant ທີ່​ປຶ​ກສາ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງຊາດຂອງ​ນາຍົກລັດຖະມົນຕີ ອັງກິດ ​ເປັນ​ປະທານ​ຮ່ວມ. 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນຫາ​ຕ້ານ​ກໍ່​ການ​ຮ້າຍ, ລັດທິ​ຫົວ​ຮຸນ​ແຮງ, ອາດ​ສະ​ຍາ​ກຳ​ມີ​ການຈັດ​ຕັ້ງ ​ແລະ ບັນຫາ​ປ້ອງ​ກັນ​ຄວາມ​​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ປະຕິບັດ​ກົດໝາຍ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ