ຈີນ ຮຽກຮ້ອງ ອາເມລິກາ ສະໜອງພະຍານຫຼັກຖານທີ່ກ່ຽວຂ້ອງເຖິງການກ່າວຫາລັກເອົາຄວາມລັບດ້ານການຄ້າ

(VOVWORLD) -“ຖ້າຫາກ ອາເມລິກາ ມີຄວາມວິຕົກກັງວົນ, ເຂົ້າເຈົ້າຄວນສະໜອງບັນດາພະຍານຫຼັກຖານລະອຽດ ກ່ຽວກັບຄວາມໂປ່ງໃສ ແລະ ຄວາມເປັນຈິງ”
ຈີນ ຮຽກຮ້ອງ ອາເມລິກາ ສະໜອງພະຍານຫຼັກຖານທີ່ກ່ຽວຂ້ອງເຖິງການກ່າວຫາລັກເອົາຄວາມລັບດ້ານການຄ້າ - ảnh 1ທ່ານ ລຸກາງ ໂຄສົກກະຊວງການຕ່າງປະເທດ ຈີນ (ພາບ:AFP/ TTXVN)

ວັນທີ 02 ພະຈິກ, ຈີນໄດ້ຮຽກຮ້ອງໃຫ້ ອາເມລິກາ ສະໜອງບັນດາພະຍານຫຼັກຖານເພື່ອພິສູດໃຫ້ບັນດາຄໍາກ່າວຫາທີ່ວ່າ ປັກກິ່ງ ແມ່ນໜູນຫຼັງໃຫ້ແຜນການຂອງບັນດາບໍລິສັດ ຢູ່ ຈີນ ແລະ ໄຕ້ຫວັນ (ຈີນ) ເພື່ອແນໃສ່ລັກເອົາຄວາມລັບດ້ານການຄ້າ ຈາກວິສາຫະກິດຜະລິດອຸປະກອນເຊີມີຄອນດັກເຕີ ທີ່ມີສໍານັກງານຕັ້ງຢູ່ ອາເມລິກາ.  ກ່າວຄໍາເຫັນຕໍ່ວົງການສື່ມວນຊົນ, ທ່ານ ລຸກາງ ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ຊີ້ແຈ້ງວ່າ “ຖ້າຫາກ ອາເມລິກາ ມີຄວາມວິຕົກກັງວົນ, ເຂົ້າເຈົ້າຄວນສະໜອງບັນດາພະຍານຫຼັກຖານລະອຽດ ກ່ຽວກັບຄວາມໂປ່ງໃສ ແລະ ຄວາມເປັນຈິງ”.

        ກ່ອນໜ້ານັ້ນ, ກະຊວງຍຸຕິທໍາ ອາເມລິກາ ໄດ້ກ່າວຫາບາງບໍລິສັດ ຢູ່ ຈີນ ແລະ ໄຕ້ຫວັນ (ຈີນ) ວ່າ ໄດ້ລັກເອົາເຄັດລັບເຕັກໂນໂລຢີ ເຊິ່ງມີມູນຄ່າ 8,75 ຕື້ USD ຂອງກຸ່ມບໍລິສັດຜະລິດອຸປະກອນ ເຊີມີຄອນດັກເຕີ Micron ທີ່ມີສໍານັກງານຕັ້ງຢູ່ ອາເມລິກາ.


ຕອບກັບ

ຂ່າວ/ບົດ​ອື່ນ