ຈີນ ແຂງກະດ້າງຕໍ່ນະໂຍບາຍອາລັກຂາການຄ້າຂອງ ອາເມລິກາ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ໄດ້ຍົກອອກຄຳກ່າວເຕືອນສຳລັບນະໂຍບາຍ “ປະເທດ ອາເມລິກາ ເໜືອກ່ວາສິ່ງໃດໝົດ” ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, 
ຈີນ ແຂງກະດ້າງຕໍ່ນະໂຍບາຍອາລັກຂາການຄ້າຂອງ ອາເມລິກາ - ảnh 1 ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ (ພາບ:  THX/TTXVN )

ໃນສະພາບການທີ່ປະກົດມີຄວາມວິຕົກກັງວົນຫລາຍຢ່າງກ່ຽວກັບນະໂຍບາຍອາລັກຂາເສດຖະກິດຂອງ ອາເມລິກາ ຈະສົ່ງຜົນສະທ້ອນເຖິງພື້ນຖານເສດຖະກິດ ຈີນ.

       ວັນທີ 30 ກັນຍາ, ກ່າວຄຳເຫັນທີ່ນະຄອນຫລວງ ປັກກິ່ງ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ໄດ້ຢືນຢັນວ່າ ຈີນ ຕັດສິນໃຈສະໜັບສະໜູນບັນດາລະບົບຫລາຍຝ່າຍ ໂດຍອີງໃສ່ບັນດາຫຼັກການ. ຕາມທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ ແລ້ວ, ຈີນ ຈະນັບມື້ນັບເປີດປະຕູ, ແບ່ງປັນກາລະໂອກາດ ແລະ  ຜົນງານແຫ່ງການພັດທະນາກັບບັນດາປະເທດອື່ນໆທັງໝົດ, ໃນຂະນະທີ່ຍັງຄົງຮັກສາບັນດາຜົນປະໂຫຍດການພັດທະນາຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ