ຈີນ ແລະ ມາເລເຊຍ ເຫັນດີຊຸກຍູ້ການພົວພັນສອງຝ່າຍ

(VOVWORLD) -ຈີນ ແລະ ມາເລເຊຍ ບັນລຸໄດ້ຂໍ້ຕົກລົງຫຼາຍສະບັບ ເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍ ເນື່ອງໃນໂອກາດ ທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad ຢ້ຽມຢາມປັກກິ່ງ.

ຈີນ ແລະ ມາເລເຊຍ ເຫັນດີຊຸກຍູ້ການພົວພັນສອງຝ່າຍ - ảnh 1ທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad ແລະ  ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽນ 

(ພາບ: vov.vn)

ກ່າວຄໍາເຫັນທີ່ການປະຊຸມຂ່າວຮ່ວມລະຫວ່າງ ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽນ ແລະ ຄູ່ຕໍາແໜ່ງ ມາເລເຊຍ Mahathir Mohamad  ທີ່ຫໍປະຊຸມໃຫຍ່ປະຊາຊົນ ຈີນ ໃນວັນທີ 20 ສິງຫາ,  ທ່ານຫຼີເຄີສຽນ ຢັ້ງຢືນວ່າ ລັດຖະບານຈີນ ພ້ອມແລ້ວທີ່ຈະຊຸກຍູ້ການພົວພັນສອງຝ່າຍ ແລະ ຮ່ວມມືໃນດ້ານເສດຖະກິດກັບ ມາເລເຊຍ. ຕາມທ່ານ ຫຼີເຄີສຽນ ແລ້ວ, ບັນດາຂໍ້ຕົກລົງທີ່ສອງຝ່າຍບັນລຸໄດ້ໃນການຢ້ຽມຢາມ ປັກກິ່ງ ຄັ້ງນີ້ຂອງ ທ່ານ Mahathir Mohamad ໄດ້ສະແດງໃຫ້ເຫັນວ່າ ສອງປະເທດສືບຕໍ່ປັບປຸງນໍ້າໃຈມິດຕະພາບແບບຍາວນານ.

        ສ່ວນທ່ານ Mahathir Mohamad ຢັ້ງຢືນວ່າ ການຢ້ຽມຢາມ ຈີນ ຄັ້ງນີ້ ແມ່ນບັນລຸໄດ້ໝາກຜົນຫຼາຍຢ່າງ. ທ່ານນາຍົກລັດຖະມົນຕີ ມາເລເຊຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ ປັກກິ່ງ ຈະມີຄວາມເຫັນອົກເຫັນໃຈຕໍ່ບັນດາຄວາມຫຍຸ້ງຍາກດ້ານການເງິນທີ່ Kuala Lumpur ໄດ້ປະເຊີນໜ້າ,  ພ້ອມທັງບັນດາບັນຫາທີ່ສອງປະເທດສອງຕ້ອງໄດ້ແກ້ໄຂ.

ຕອບກັບ

ຂ່າວ/ບົດ​ອື່ນ