ຈີນ ແລະ ສ. ເກົາຫຼີ ມີປະຕິກິລິຍາຕໍ່ເລື່ອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ສົ່ງເຄື່ອງຂອງບູຊາເຖິງວິຫານ Yasukuni

(VOVWORLD) - ໃນຂະນະນັ້ນ, ຈາກ ເຊີອູ່ນ, ເຈົ້າໜ້າທີ່ກະຊວງການຕ່າງປະເທດ ສ. ເກົາຫຼີ ທ່ານໜຶ່ງກໍ່ສະແດງຄວາມ “ວິຕົກວັງວົນຢ່າງເລິກເຊິ່ງ”...

ພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ສົ່ງເຄື່ອງຂອງບູຊາໄປເຖິງວິຫານ Yasukuni - ເຊິ່ງແມ່ນສະຖານທີ່ເຄີຍເປັນສັນຍາລັກໃຫ້ແກ່ລັດທິຂຸນເສິກ ຍີ່ປຸ່ນ ໃນອະດີດຕະການ - ວັນທີ 17 ຕຸລາ, ຈີນ ແລະ ສ. ເກົາຫຼີ ໄດ້ອອກສຽງຄັດຄ້ານການກະທຳນີ້.

        ທ່ານ ລູກາງ,ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ສະເໜີໃຫ້ ຍີ່ປຸ່ນ ຕ້ອງມີຄວາມຄິດຢ່າງເລິກເຊິ່ງ ກ່ຽວກັບປະຫວັດສາດກໍ່ຄື “ຄວນໄດ້ຮັບຄວາມເຊື່ອໝັ້ນຈາກບັນດາປະເທດບ້ານໃກ້ເຮືອນຄຽງ ອາຊີ ແລະ ປະຊາຄົມສາກົນດ້ວຍການກະທຳລະອຽດ.”

        ໃນຂະນະນັ້ນ, ຈາກ ເຊີອູ່ນ, ເຈົ້າໜ້າທີ່ກະຊວງການຕ່າງປະເທດ ສ. ເກົາຫຼີ ທ່ານໜຶ່ງກໍ່ສະແດງຄວາມ “ວິຕົກວັງວົນຢ່າງເລິກເຊິ່ງ” ຕໍ່ເລື່ອງທ່ານ Abe ໄດ້ສົ່ງເຄື່ອງຂອງບູຊາໄປເຖິງວິຫານ Yasukuni, ຖືວ່າວິຫານແຫ່ງນີ້ແມ່ນ ສັນຍາລັກຂອງລັດທິຂຸນເສິກ ຍີ່ປຸ່ນ ໃນອະດີດຕະການ

ຕອບກັບ

ຂ່າວ/ບົດ​ອື່ນ