ຈີນ ແລະ ອີຢູ ເຈລະຈາຍຸດທະສາດຢູ່ ບັກກີງ

ຈີນ ແລະ ອີຢູ ເຈລະຈາຍຸດທະສາດຢູ່ ບັກກີງ - ảnh 1 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫຼີ​ເຄ​ຊຽນ
ຕ້ອນ​ຮັບທ່ານນາງ Federica Mogherini 
(ພາບ: Reuters)

(vovworld) - ​ທີ່​ກາ​ນ​ພົບ​ປະ​ເຈ​ລະ​ຈາ​ຍຸດ​ທະ​ສາດ ຈີນ - ອີ​ຢູ ຄັ້ງ​ທີ 7, ດຳ​ເນີນ​ໄປ​ຢູ່ ຈີນ ໃນ​ວັນ​ທີ 19/04, ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ທູດ​ແຖວ​ໜ້າ​ຂອງ ຈີນ ແລະ ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ພ້ອມ​ກັນ​ໃຫ້​ຄ​ຳ​ໝັ້ນ​ສັນ​ຍາ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກ່​ວາ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນ​ດາ​ຜົນ​ປະ​ໂຫຍດ​ລວມ​ກ່ຽວ​ກັບ​ການ​ປ້ອງກ​ັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ສັນ​ຕິ​ພາບ ແລະ ຊຸກ​ຍູ້​ການ​ຄ້າ​ເສ​ລີ. ກ່າວ​ຄຳ​ເຫັນ​ທີ່​ການ​ເຈ​ລະ​ຈາ, ​ທ່ານ ຢ໋າງເຈຍ​ສື ກຳ​ມະ​ການ​ລັດ​ຖະ​ບານ​ ຈີນ ເນັ້ນ​ໜັກ​ວ່າ ໃນ​ສະ​ພາບ​ການ​ປະ​ຈຸ​ບັນ, ຈີນ ແລະ ອີ​ຢູ ຄວນ​ເຮັດ​ໃຫ້​ການ​ພົວ​ພັນ​ຢ່າງ​ເລິກ​ເຊິ່ງ ແລະ ເປັນ​ເອ​ກະ​ພາບ​ບັນ​ດາ​ນະ​ໂຍ​ບາຍ ບໍ່​ພ​ຽງ​ແຕ່​ເພື່ອຜົນ​ປະ​ໂຫຍດ​ລວມ​ຂອງ 2 ຝ່າຍ​ເທົ່າ​ນັ້ນ ຫາກ​ຍັງ​ເພື່ອ​ຄວາມ​ສຳ​ຄັນ​ຂອງ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ເສດ​ຖະ​ກິດ ແລ​ະ ການ​ເມືອງ​ສາ​ກົນ​ອີກ​ດ້ວຍ. ສ່ວນ​ທ່ານນາງ Federica Mogherini ຜູ້​ຕ່າງ​ໜ້າ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ອີ​ຢູ ຖື​ວ່າ ຈີນ ແລະ ອີ​ຢູ “ມີ​ຄວາມ​ຮັບ​ຜິດ​ຊອບ​ໃຫຍ່​ຫລວ​ງ” ໃນ        “ບັນ​ດາ​ໄລ​ຍະ​ຜັນ​ແປ”.


ຕອບກັບ

ຂ່າວ/ບົດ​ອື່ນ