ຈີນ ແລະ ອີຣານ ລົງນາມໃນສັນຍາອອກແບບເຕົ່າປະຕິກອນນິວເຄຼຍ Arak ຄືນໃໝ່

ຈີນ ແລະ ອີຣານ ລົງນາມໃນສັນຍາອອກແບບເຕົ່າປະຕິກອນນິວເຄຼຍ Arak ຄືນໃໝ່ - ảnh 1
ຈີນ ແລະ ອີຣານ ລົງນາມໃນສັນຍາອອກແບບ
ເຕົ່າປະຕິກອນນິວເຄຼຍ Arak ຄືນໃໝ່
(ພາບ:  Reuters/TTXVN)

(vovworld) - ​ວັນ​ທີ 23/04 ຢູ່​ນະ​ຄອນ​ຫລວງ ວຽນ (ໂອ​ຕາ​ລິດ), ຈີນ ແລະ ອີ​ຣານ ໄດ້​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ທຳ​ອິດ​ກ່ຽວ​ກັບ​ເລື່ອງ​ອອກ​ແບບ​ ​ເຕົ່າ​ປະ​ຕິ​ກອນ​ນິວ​ເຄຼຍ Arak ​ຂອງ ອີ​ຣານ ຄືນ​ໃໝ່. ເລື່ອງ​ອອກ​ແບບເຕົ່າ​ປະ​ຕິ​ກອນ​ນິວ​ເຄຼຍ Arak ​ຄືນ​ໃໝ່​ໄດ້​ຖື​ວ່າ ແມ່ນ​ເນື້ອ​ໃມ​ແກ່ນ​ສານ​ໃນ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ປີ 2015 ລະ​ຫວ່າງ ອີ​ຣານ ແລະ ກຸ່ມ P5+1 (ລວມ​ມີ 5 ປະ​ເທດ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ຄວາມ​ໝັ້​ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ແລະ ເຢຍ​ລະ​ມັນ). ຕາມ​ຂໍ້​ຕົກ​ລົງ, ໄດ້​ເອີ້ນ​ວ່າ ແຜນ​ການ​ດຳ​ເນີນ​ງານ​ຮອບ​ດ້ານ​ລວມ (JCOOA) ທີ່​ບັນ​ລຸ​ໄດ​້​ໃນ​ເດືອນ 07/2015 ລະ​ຫວ່າງ ອີ​ຣານ ແລະ ກຸ່ມ P5+1, ອີ​ຣານ ເຫັນ​ດີອອກ​ແບບ​ເຕົ່າ​ປະ​ຕິ​ກອນ​ນິວ​ເຄຼຍນີ້ຄືນ​ໃໝ່​ ເພື່ອ​ຫລຸດ​​ປະ​ລິ​ນາມ​ການ​ຜະ​ລິດ plutonium ຂອງ​ປະ​ເທດນີ້ໃຫ້ລົງ​ລະ​ດັບ​ຕ່ຳ​ສຸດ ພ້ອມ​ທັງ ຫລີກ​ລ້ຽງ​ການ​ຜະ​ລິດ plutonium ເພື່ອ​ຮັບ​ໃຊ້​ອາ​ວຸດ​.


ຕອບກັບ

ຂ່າວ/ບົດ​ອື່ນ