ຈ​ີນ ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ RCEP ຢ່າງ​ເປັນ​ທາງ​ການ

(VOVWORLD) -ສັນຍານີ້ໄດ້ຮັບແງ່ຫວັງວ່າ ຈະຊ່ວຍຟື້ນຟູບັນດາລະບົບສະໜອງໃນພາກພື້ນ ແລະ ຍົກສູງປະສິດທິຜົນຂອງບັນດາລະບົບສະໜອງໃຫ້ວິສາຫະກິດ
ຈ​ີນ ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ RCEP ຢ່າງ​ເປັນ​ທາງ​ການ - ảnh 1ພາບປະກອບ: THX/TTXVN

ວັນທີ 8 ມີນາ, ທ່ານ ລັດຖະມົນຕີການຄ້າ ຈີນ ຫ໊ວາງແວນຕາວ ໄດ້ປະກາດວ່າ ລັດຖະບານປະເທດນີ້ໄດ້ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ຢ່າງເປັນທາງການ. ສັນຍາ RCEP ໄດ້ເລີ່ມຕົ້ນແຕ່ປີ 2012 ຕາມຂໍ້ລິເລີ່ມຂອງ ອາຊຽນ ເພື່ອແນໃສ່ສົ່ງເສີມການຄ້າ ລະຫວ່າງ 10 ປະເທດສະມາຊິກ ອາຊຽນ ແລະ 6 ຄູ່ຮ່ວມມືເບື້ອງຕົ້ນນັ້ນແມ່ນ ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ ແລະ ສ.ເກົາຫຼີ. ເຖິງຢ່າງໃດກໍ່ຕາມ, ມາຮອດເດືອນ ພະຈິກ 2019, ອິນເດຍ ບໍ່ເຂົ້າຮ່ວມການເຈລະຈາ RCEP. ແຕ່ວ່າ, RCEP ຍັງແມ່ນສັນຍາການຄ້າເສລີໃຫຍ່ທີ່ສຸດໃນໂລກ ເມື່ອສ້າງຕະຫຼາດທີ່ມີຂອບຂະໜາດກ່ວາ 2,2 ຕື້ຄົນ, ດ້ວຍມູນຄ່າປະມານ 26.200 ຕື້ຶ້ USD. ສັນຍານີ້ໄດ້ຮັບແງ່ຫວັງວ່າ ຈະຊ່ວຍຟື້ນຟູບັນດາລະບົບສະໜອງໃນພາກພື້ນ ແລະ ຍົກສູງປະສິດທິຜົນຂອງບັນດາລະບົບສະໜອງໃຫ້ວິສາຫະກິດ. RCEP ຈະຊ່ວຍລົບລ້າງພາສີອາກອນສິນຄ້າເກືອບ 91% ແລະ ສ້າງບັນດາຂໍ້ກຳນົດລວມກ່ຽວກັບການລົງທຶນ, ຊັບສິນທາງປັນຍາ ແລະ ການຄ້າເອເລັກໂຕນິກ.

ຕອບກັບ

ຂ່າວ/ບົດ​ອື່ນ