ຈີນຈະຮ້ອງຟ້ອງອາເມລິກາຕໍ່ WTO ຍ້ອນມີສ່ວນກ່ຽວຂ້ອງເຖິງການຈັດວາງອັດຕາພາສີ

(VOVWORLD) -ວັນທີ 18 ກັນຍາ, ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງອາເມລິກາ - ຈີນ ຖືກຍູ້ຂຶ້ນຂັ້ນໄດຂັ້ນໃໝ່ ເມື່ອກະຊວງການຄ້າຈີນ ແຈ້ງວ່າ, ຈະຍື່ນໃບຮ້ອງຟ້ອງອາເມລິກາ ຕໍ່ອົງການການຄ້າໂລກ (WTO) ທີ່ກ່ຽວຂ້ອງເຖິງເລື່ອງອາເມລິກາ ຈັດວາງອັດຕາພາສີເພີ່ມເຕີມທີ່ມີມູນຄ່າ 200 ຕື້ USD ສຳລັບບັນດາຜະລິດຕະພັນຂອງຈີນ.

ນີ້ແມ່ນໜຶ່ງໃນບັນດາມາດຕະການເຊິ່ງຈີນ ຍົກອອກມາເພື່ອໂຕ້ຕອບຂໍ້ຕົກລົງດັ່ງກ່າວຂອງອາເມລິກາ. ຈີນ ກໍ່ແຈ້ງວ່າ ຈະຈັດວາງອັດຕາພາສີສຳລັບສິນຄ້າອາເມລິກາ ທີ່ມີມູນຄ່າ 60 ຕື້ USD. ຖະແຫຼງການຂອງກະຊວງການເງິນຈີນ ຊີ້ແຈ້ງວ່າ, ຖ້າຫາກ ອາເມລິກາ ຕັດສິນໃຈຂຶ້ນອັດຕາພາສີຕື່ມອີກ, ຈີນ ຈະໂຕ້ຕອບຢ່າງສົມເຫດສົມຜົນ.

        ຝ່າຍອາເມລິກາ ພວມພິຈາລະນາກາລະໂອກາດເຈລະຈາກັບຈີນ ກ່ຽວກັບເລື່ອງເພື່ອແນໃສ່ຢຸດຕິສົງຄາມການຄ້າໃນປະຈຸບັນ ລະຫວ່າງ 2 ພື້ນຖານເສດຖະກິດແຖວໜ້າຂອງໂລກ. ຄຳຖະແຫຼງດັ່ງກ່າວເຊິ່ງທ່ານປະທານາທິບໍດີອາເມລິກາ Donald Trump ຍົກອອກມາໃນວັນທີ 18 ກັນຍາ, ພາຍຫຼັງທ່ານແຈ້ງອັດຕາພາສີໃໝ່ສຳລັບສິນຄ້າທີ່ນຳເຂົ້າຈາກຈີນ 1 ວັນ, ທີ່ມີມູນຄ່າ 200 ຕື້ USD ຈະເລີ່ມມີຜົນສັກສິດໃນວັນທີ 24 ກັນຍາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ