ຈີນ-ຍີ່ປຸ່ນເຫັນດີເປັນເອກະສັນປະຕິບັດກົນໄກຄຸ້ມຄອງວິກິດການບົນທະເລແລະທາງອາກາດ

ຈີນ-ຍີ່ປຸ່ນເຫັນດີເປັນເອກະສັນປະຕິບັດກົນໄກຄຸ້ມຄອງວິກິດການບົນທະເລແລະທາງອາກາດ - ảnh 1
ກ່ຳ​ປັນ​ລາດ​ຕາ​ເວນ ຈີນ ຢູ່​ທະ​ເລ​ຮ​ວາ​ຕູງ
(ພາບ: AFP-TTXVN)

(vovworld) - ຕາມ​ສ​ຳ​ນັກ​ຂ່າວ​ສານ ຊິນ​ຮ​ວາ ແລ້ວ, ວັນ​ທີ 29/1, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈີນ ປະ​ກາດ​ວ່າ: ປະ​ເທດນີ້ ແລະ ຍີ​່​ປຸ່ນ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ປະ​ຕິ​ບັດ​ກົນ​ໄກ​ຄຸ້ມ​ຄອງວິ​ກິດ​ການ​ບົນ​ທະ​ເລ ແລະ ທາງ​ອາ​ກາດ ໂດຍ​ໄວ. ກ່າວ​ຄຳ​ເຫັນ​ໃນ​ການ​ປະ​ຊຸມ​ຂ່າວ​ປະ​ຈຳ​ເດືອນ, ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈີນ ທ່ານ ​ຢ໋າງຫວູຈ໋​ວຽນ ໃຫ້​ຮູ້​ວ່າ: 2 ປະ​ເທດ​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບຫຼາຍ​ຂົງ​ເຂດ​ໃນ​ການ​ເຈ​ລະ​ຈາ​ໃນ​ເດືອນນີ້​ຢູ່ ໂຕ​ກຽວ, ເຊິ່ງ​ລວມ​ມີຢັ້ງ​ຢືນ​ຄືນ​ໃໝ່​ບັນ​ດາ​ຂໍ້​ຕົກ​ລົງ​ກ່ອນນັ້ນ​ກ່ຽວ​ກັບ​ຈຸດ​ໝາຍ, ລະ​ບອບລະ​ບຽບ​ການ, ການ​ເຄື​່ອນ​ໄຫວ ແລະ ບັນ​ດາ​ບັນ​ຫາ​ເຕັກ​ນິກ​ຂອງ​ກົນ​ໄກ​ນີ້, ເຫັນ​ດີ​ເປັນ​ເອ​ກະ​ສັນ​ປ່ຽນ​ຊື່​ເປັ​ນ “ກົນ​ໄກ​ຄຸ້ມ​ຄອງວິ​ກິດ​ການ​ບົນ​ທະ​ເລ ແລະ ທາງ​ອາ​ກາດ” ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ວຽກ​ງານ​ທາບ​ທາມ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ກ່ຽວ​ຂ້ອງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. 2 ຝ່າຍ​ພ້ອມ​ກັນ​ຖື​ວ່າ: ບັນ​ດາ​ເງື່ອນ​ໄຂ​ເພື່ອ​ປະ​ຕິ​ບັດ​ກົນ​ໄກ​ນີ້​ໄດ້​​ຮັບ​ການຕອບ​ສະ​ໜອງ ແລະ ເຫັນ​ດີ​ເປັນ​ເອ​ກະ​ສັນ​ປະ​ຕິ​ບັດ​ໃນ​ໄລ​ຍ​ະ​ໄວ​ທີ່​ສຸດ.


ຕອບກັບ

ຂ່າວ/ບົດ​ອື່ນ