ຈີນ​ນາບ​ຂ​ູ່​ຈະໂຕ້​ຕອບ ຖ້າ​ຫາກວ່າ ອາ​ເມ​ລິ​ກາ​ສື​ບ​ຕໍ່​ຜັນ​ຂະ​ຫຍາຍ​ລູກ​ສອນ​ໄຟ​ໄລ​ຍະ​ກາງ

(VOVWORLD) -ຈີນກ່າວເຕືອນອາເມລິກາວ່າ ຄວນຢຸດຕິການຜັນຂະຫຍາຍລູກສອນໄຟໄລຍະກາງເທິງໜ້າດິນ ຢູ່ພາກພື້ນອາຊີ - ປາຊີຟິກ, ພ້ອມທັງຢັ້ງຢືນວ່າ ຈະປະຕິບັດບັນດາມາດຕະການໂຕ້ຕອບທີ່ຄ້າຍຄືກັນກັບທຸກໆປະເທດທີ່ຖືກຳມະສິດ ແລະ ຜັນຂະຫຍາຍອາວຸດຊະນິດນີ້.
ຈີນ​ນາບ​ຂ​ູ່​ຈະໂຕ້​ຕອບ ຖ້າ​ຫາກວ່າ ອາ​ເມ​ລິ​ກາ​ສື​ບ​ຕໍ່​ຜັນ​ຂະ​ຫຍາຍ​ລູກ​ສອນ​ໄຟ​ໄລ​ຍະ​ກາງ - ảnh 1ທ່ານ ຈ້າວຫຼີຈຽນ ໂຄສົກກະຊວງການຕ່າງປະເທດຈີນ (ພາບ: KT/VOV) 

ວັນທີ 21 ສິງຫາ, ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ ຈ້າວຫຼີຈຽນ ໂຄສົກກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ ບໍ່ວ່າຄວາມມານະພະຍາຍາມໃດເພື່ອແນໃສ່ຊຸກຍູ້ການຜັນຂະຫຍາຍລູກສອນໄຟຕາມແຜນການຈະບັງຄັບໃຫ້ ອຳນາດການປົກຄອງຈີນ ປະຕິບັດ “ບັນດາມາດຕະການຮັບມືທີ່ຈຳເປັນ” ຕ້ານ ຄືນອາເມລິກາ. ທ່ານ ກໍ່ໃຫ້ຮູ້ຕື່ມອີກວ່າ ບັນດາຖະແຫຼງການ ແລະ ການກະທຳຂອງອາເມລິກາໃນຊຸມປີມໍ່ໆມານີ້ ໄດ້ກໍ່ຜົນສະທ້ອນສ່ວນໃດໜຶ່ງເຖິງສະຖຽນລະພາບຂອງໂລກ ແລະ ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ