ຈີນພ້ອມແລ້ວທີ່ຈະສົມທົບກັບບັນດາປະເທດອາຊຽນເພື່ອແນໃສ່ຊຸກຍູ້ສັນຕິພາບຢູ່ພາກພື້ນແລະທົ່ວໂລກ

(VOVWORLD) -ວັນທີ 20 ສິງຫາ, ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ ໄດ້ໃຫ້ການຕ້ອນຮັບທ່ານ ຢາງເຈຍສື, ກຳມະການກົມການເມືອງ, ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກກອມມູນິດຈີນ ຢູ່ວັງ Istana.

ຈີນພ້ອມແລ້ວທີ່ຈະສົມທົບກັບບັນດາປະເທດອາຊຽນເພື່ອແນໃສ່ຊຸກຍູ້ສັນຕິພາບຢູ່ພາກພື້ນແລະທົ່ວໂລກ - ảnh 1ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ ແລະ ທ່ານ ຢາງເຈຍສື, ກຳມະການກົມການເມືອງ, ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກກອມມູນິດຈີນ

(ພາບ: Straits Times)

ທີ່ການພົບປະ, ທ່ານ ຢາງເຈຍສື, ໄດ້ຖະແຫຼງວ່າ ຈີນ ພ້ອມແລ້ວທີ່ຈະຮ່ວມມືກັບສິງກະໂປ ແລະ ບັນດາປະເທດສະມາຊິກອື່ນໃນອາຊຽນ ເພື່ອແນໃສ່ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາ ແລະ ວັດທະນາຖາວອນຂອງພາກພື້ນ ກໍຄືໃນທົ່ວໂລກ. ຈີນ ພ້ອມແລ້ວທີ່ຈະສົມທົບກັບສິງກະໂປ ແລະ ບັນດາປະເທດສະມາຊິກອາຊຽນ ອື່ນເພື່ອແນໃສ່ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະ ການຮ່ວມມືຢ່າງແທດຈິງເພື່ອພ້ອມກັນມານະພະຍາຍາມປົກປ້ອງພື້ນຖານເສດຖະກິດທົ່ວໂລກ ແລະ ຄວາມຍຸຕິທຳຢູ່ເວທີສາກົນ.

        ສ່ວນທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ຊີ້ແຈ້ງວ່າ, ສິງກະໂປ ຈະນຳໃຊ້ບັນດາທ່າແຮງຂອງກົນໄກຮ່ວມມື 2 ຝ່າຍໃນປະຈຸບັນກັບຈີນ ເພື່ອເພີ່ມທະວີການພົວພັນລະຫວ່າງອາຊຽນ - ຈີນ ແລະ ພ້ອມກັບຍູ້ແຮງລະດັບຟື້ນຟູເສດຖະກິດຂອງພາກພື້ນ ແລະ ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ