ຈີນ​ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່

(VOVWORLD) - ທ່ານນາຍົກລັດຖະມົນຕີຄົນໃໝ່ ຫຼີຊຽງ ໄດ້ຮັບຄວາມຄາດຫວັງວ່າ ຈະນຳພາລັດຖະບານຈີນ ໃນອາຍຸການໃໝ່, ນຳພື້ນຖານເສດຖະກິດໃຫ່ຍອັນດັບທີ 2 ຂອງໂລກ ຟື້ນຟູເສດຖະກິດຢ່າງໝັ້ນໂຄງໂດຍໄວ.
ຈີນ​ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່ - ảnh 1(ພາບ: Xinhua)

   ຕອນເຊົ້າວັນທີ 11 ມີນາ, ທີ່ກອງປະຊຸມຄັ້ງປະຖົມມະເລິກ ສະພາແຫ່ງຊາດຈີນ ສຸດທີ 14 ຢູ່ ປັກກິງ, ທ່ານ ຫຼີຊຽງ ກຳມະການຜູ້ປະຈຳ ກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີຈີນ ແທນໃຫ້າທ່ານ ຫຼີເຄີຊຽງ.

   ດ້ວຍບົດຮຽນປະສົບການນຳພາ ແລະ ບໍລິຫານຢູ່ບັນດາທ້ອງຖິ່ນໃຫ່ຍ ແລະ ສຳຄັນອັນດັບໜຶ່ງຂອງປະເທດ ຈີນກ່ຽວກັບດ້ານ ເສດຖະກິດ-ການຄ້າ ຄື:  ເຈືອຈຽງ, ຈາງຊູ   ແລະ ຊຽງໄຫ່, ທ່ານນາຍົກລັດຖະມົນຕີຄົນໃໝ່ ຫຼີຊຽງ ໄດ້ຮັບຄວາມຄາດຫວັງວ່າ ຈະນຳພາລັດຖະບານຈີນ ໃນອາຍຸການໃໝ່, ນຳພື້ນຖານເສດຖະກິດໃຫ່ຍອັນດັບທີ 2 ຂອງໂລກ ຟື້ນຟູເສດຖະກິດຢ່າງໝັ້ນໂຄງໂດຍໄວ ແລະ ໄດ້ຮັບທ່າເຕີບໂຕຢ່າງແຮງ ພາຍຫຼັງໂລກລະບາດໂຄວິດ 19.

ຕອບກັບ

ຂ່າວ/ບົດ​ອື່ນ