ຈີນ,ລັດເຊຍລົງນາມໃນ ບັນດາຂໍ້ຕົກລົງຮ່ວມມື ໃນຂົງເຂດພະລັງງານ


ຈີນ,ລັດເຊຍລົງນາມໃນ ບັນດາຂໍ້ຕົກລົງຮ່ວມມື ໃນຂົງເຂດພະລັງງານ - ảnh 1

​(ພາບ: Internet )

 (vovworld)- ​ ​ວັນ​ທີ 9/11, ຈີນ ​ແລະ ລັດ​ເຊຍ ​ໄດ້​ລົງ​ນາມ​ໃນ​ບັນດາ​ຂໍ້​ຕົກລົງ ​ແນ​ໃສ່​ຊຸກຍູ້​ການ​​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງງານ. ທ່ານ​ປະທານ​ປະ​ເທດ​ຈີນ ສື​ຈິນຜິ​ງ ​ແລະ ປະທານາທິບໍດີ​ລັດ​ເຊຍ V.Putin ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມບັນດາ​ເອກະສານ​ຮ່ວມ​ມື, ​ໃນ​ນັ້ນມີ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ພັດທະນາ​ທໍ່​ສົ່ງ​ອາຍ​ແກ​ດທາງ​ທິດຕາ​ເວັນ​ຕົກ ​ແລະ ຂໍ້​ຕົກລົງ​ແມ່​ຮ່ວມ​ມື​ລະຫວ່າງ​ກຸ່ມ​ບໍລິສັດ​ອາຍ​ແກ​ດ​ແຫ່ງ​ຊາດ​ຈີນ ​ແລະ ກຸ່ມ​ບໍລິສັດ​ພະລັງ Gazprom ຂອງ​ລັດ​ເຊຍ. ການ​ນຳ​ຈີນ ​ແລະ ລັດ​ເຊຍ ​ເຫັນ​ດີ​ນຳ​ກັນ​ວ່າ: ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ພະລັງງານ​ແມ່ນ​ປັດ​ໄຈ​ສຳຄັນ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມໝັ້ນຄົງ​ພະລັງງານ​ຂອງ​ສອງ​ປະ​ເທດ. ສອງ​ຝ່າຍ​ເຫັນ​ດີຈະ​ຊຸກຍູ້​ການ​ສ້າງ​ໂຄງການ​ທໍ່​ສົ່ງ​ອາຍ​ແກ​ດທາງ​ທິດຕາ​ເວັນ​ອອກ​ຊື່​ງສອງ​ປະ​ເທດ​ໄດ້​ລົງ​ນາມ​ເມື່ອ​ເດືອນ 5/2014 ທີ່​ຜ່ານ​ມາ ​ແລະ​ ​ເລີ່​ມດຳ​ເນີນ​ໂຄງການທໍ່​ສົ່ງ​ອາຍ​ແກ​ດທາງ​ທິດຕາ​ເວັນຕົກ​ໃນ​​ເວ​ລາ​ໄວ​ທີ່​ສຸດ. ທ່ານ​ປະທານ​ປະ​ເທດ​ຈີນ ສື​ຈິນຜິ​ງ ​ແລະ ປະທານາທິບໍດີ​ລັດ​ເຊຍ V.Putin ​ໃຫ້​ຄຳໝັ້ນສັນຍາ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເສັ້ນທາງ​ລົດ​ໄຟ​ຄວາມ​ໄວ​ສູງ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ການບິນ​ອາ​ວະ​ກາດ ​ແລະ ການ​ເງິນ./.

ຂ່າວ/ບົດ​ອື່ນ