ຈີນສົ່ງເຮືອບິນໄປຍັງເຂດທະເລຮວາຕູງ

ຈີນສົ່ງເຮືອບິນໄປຍັງເຂດທະເລຮວາຕູງ - ảnh 1
ເຮືອບິນຂອງ ຍີ່ປຸ່ນ ໄປຜ່ານເຂດໝູ່ເກາະ ຕຽວອີ/Senkaku ຢູ່ທະເລຮວາຕູງ
(ພາບ: dantri.com.vn)


(vovworld) – ​ເຮືອບິນ​ສູ້ຮົບ 2 ລຳ​ຂອງຈີນໄດ້​ຖືກສົ່ງ​ເຖິງ​ເຂດ​ເຊິ່ງ ປັກ​ກິ່ງ ຖະ​ແຫຼ​ງພຽງ​ຝ່າຍ​ດຽວ​ແມ່ນ​ເຂດປ້ອງ​ກັນ​ອາ​ກາດ (ADIZ) ຢູ່​ທະ​ເລ​ຮວາ​ຕູ​ງ ​ເພື່ອ​ຕິດຕາມ​ກວດກາ​ບັນດາ​ເຮືອບິນ​ສອບ​ແນມ​ ​ແລະ ​ເຮືອບິນທະຫານ​ຂອງ ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ ​ເຄື່ອນ​ໄຫວ​ໃນ​ເຂດ​ນີ້.

    ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ຈີນ ສົ່ງ​ເຮືອບິນ​​ທະຫານ​ໄປຍັງ​ເຂດ​ທະ​ເລ​ຮວາ​ຕູ​ງ ນັບ​ແຕ່​ອອກ​ຖະ​ແຫຼ​ງການກ່ຽວ​ກັບ ADIZ. ການ​ກະທຳ​ນີ້​ມີ​ໄພ​ຈະ​​ເຮັດ​​ໃຫ້ຄວາມ​ເຄັ່ງ​ຕຶງຢູ່​ພາກ​ພື້ນ​ອາຊີ ຕາ​ເວັນ​ອອກ ສ່ຽງ​ເໜືອ​ເພີ່ມ​ຂຶ້ນ​ໃນ​ສະພາບ​ທີ່​ມີ​ຫຼາຍ​ປະ​ເທດ​ຄື: ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ ​ເກົາຫຼີ.​.​. ລ້ວນ​ແຕ່​ອອກສຽງ​ຄັດຄ້ານ ADIZ ຂອງ ຈີນ.​

    ​ໂຄສົກ​ກະຊວງການ​ຕ່າງປະ​ເທດ ຈີນ, ກີບ​ຈາງ ​ເນັ້ນ​ໜັກ​ວ່າ: ວັນ​ທີ 29/11, ບັນດາ​ເຮືອບິນ​ສັງກັດ​ກຳລັງ​ກອງທັບ​ອາກາດ​ປົດ​ປ່ອຍປະ​ຊາ​ຊົນ ຈີນ ມີ​ສິດ​ລາດ​ຕະ​ເວນ​ຢູ່ ADIZ ຂອງ​ປະ​ເທດ​ນີ້​ຢູ່​ທະ​ເລ ຮວາ​ຕູ​ງ ດ້ວຍ​ຈຸດໝາຍ​ຮັບປະກັນ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ​ອາກາດ ​ແລະ ບັນດາ​ກຳລັງ​ປະກອບ​ອາວຸດ​ຍາມ​ໃດ​ກໍ່​​ຖືກ​ຕັ້ງ​ຢູ່ໃນ​ສະພາບລະວັງ​​ໄພ​ສູງ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ໃຫ້ຮູ້​ວ່າ: ປະ​ເທດ​ນີ້ ຈະ​ແກ້​ໄຂ​ບັນຫາ​ກ່ຽວຂ້ອງ​​ເຖິງ​ເຂດ​ປ້ອງ​ກັນ​ອາກາດ​ຂອງ ຈີນ ດ້ວຍ​ຄວາມ​ລະງັບ​ໃຈ ​ແລະ ​ເດັດ​ດຽວ, ດ້ວຍ​ວິທີ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ປະຊາ​ຄົມ​ໂລກ.

 


ຂ່າວ/ບົດ​ອື່ນ