ຈີນສືບຕໍ່ຄັດຄ້ານເລື່ອງຜັນຂະຫຍາຍTHAADຢູ່ສ.ເກົາຫຼີ

ຈີນສືບຕໍ່ຄັດຄ້ານເລື່ອງຜັນຂະຫຍາຍTHAADຢູ່ສ.ເກົາຫຼີ - ảnh 1
ບ່ອນ​ຄາ​ດ​ວ່າ​ຈະ​ຜັນ​ຂະ​ຫຍາຍ​ໂຄງ​ການ THAAD
(ພາບ: YONHAP/TTXVN)

(vovworld) – ວັນ​ທີ 23/2, ສຳ​ນັກ​ຂ່າວ​ສານ​ຊິນ​ຮ​ວາ ໄດ້​ຄັດ​ຄຳ​ເວົ້າ​ຂອງ​ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈີນ ເຣີນ​ກົວ​ແຈ໋ງ ຄັດ​ຄ້ານ​ເລື່ອງ ສ​. ເກົາຫຼີ ຜັນ​ຂະ​ຫຍາຍ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ໄລ​ຍະ​ສູງ​ຂັ້ນ​ສຸດ​ທ້າຍ (THAAD) ຂອງ ອາ​ເມ​ລິ​ກາ ໃນ​ເຂດ​ດິນ​ແດນ​ຂອງ ສ​.ເກົາຫຼີ. ຖະ​ແຫຼງ​ການ​ຖື​ວ່າ: ການ​ກະ​ທຳ​ຄື​ດັ່ງ​ກ່າວ​ຂອງ ອາ​ເມ​ລິ​ກາ ແລະ ສ. ເກົາ​ຫຼີ ຈະ​ທຳ​ລາຍ​ຄວາມ​ດຸ່ນ​ດຽງ​ຍຸດ​ທະ​ສາດ​ຢູ່​ພາກ​ພື້ນ​ ແລະ ບັນ​ດາ​ຜົນ​ປະ​ໂຫຍດ​ຄວາມ​ໝັ້ນ​ຄົງ​ຍຸດ​ທ​ະ​ສາດ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນຢ່າງ​ໜັກ​ໜ່ວງ, ໃນ​ນັ້ນ​ມີ​ຈີນ ແລະ ລັດ​ເຊຍ. ຈີນ ຫວັງ​ວ່າ ຝ່າຍ ສ​. ເກົາຫຼີ ຈະ​ຖື​ເປັນ​ສຳ​ຄັນ​ບັນ​ດາ​ຄວາມ​ຄືບ​ໜ້າ​ໃນ​ການ​ພົວ​ພັນ​ດ້ານ​ການ​ທະ​ຫານ​ລະ​ຫວ່າງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ (PLA) ແລະ ກອງ​ທັບ ສ​.ເກົາຫຼີ, ພ້ອ​ມ​ທັງ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ຜົນ​ປະ​ໂຫຍດ​ຄວາມ​ໝັ້ນ​ຄົງ​ຍຸດ​ທະ​ສາດ​ຂອງ ຈີນ. ຕາມ​ທ່ານ ເຣີນ​ກົວ​ແຈ໋ງ, ບັນ​ດາກ​ຳ​ລັງ​ປະ​ກອບ​ອາ​ວຸດ ຈີນ ຈະ​ດຳ​ເນີນ​ບັນ​ດາ​ບາດ​ກ້າວ​ກະ​ກຽມ​ຈຳ​ເປັນ ແລະ ຢຶດ​ໝັ້ນ​ປົກ​ປ້ອງ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ.


ຂ່າວ/ບົດ​ອື່ນ