ຈີນຮຽກຮ້ອງສ້າງຕັ້ງກົນໄກຮ່ວມມືຢູ່ທະເລຕາເວັນອອກ

ຈີນຮຽກຮ້ອງສ້າງຕັ້ງກົນໄກຮ່ວມມືຢູ່ທະເລຕາເວັນອອກ - ảnh 1
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ລ້ຽວ​ເຈີນ​ມິນ 
(ພາບ​ປະ​ກອບ: AFP)

(vovworld) - ວັນ​ທີ 25/03, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ລ້ຽວ​ເຈີນ​ມິນ ໄດ້​ຮ​ຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຢູ່​ເຂດ​ແຄມ​ທະ​ເລຕາ​ເວັນ​ອອກ ສ້າງ​ຕັ້ງ​ກົນ​ໄກ​ຮ່ວມ​ມື. ຂໍ້​ສະ​ເໜີ​ດັ່ງ​ກ່າວ​ເຊິ່ງ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ລ້ຽວ​ເຈີນ​ມິນ ຍົກ​ອອກ​ມາ​ໃນ​ບົດ​ກ່າວ​ປາ​ໄສ​ທີ່ກອງ​ປະ​ຊຸມ​​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ເຊິ່ງນອນ​ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສອ​າ​ຊີປົວ​ຢາວ 2017 ຢູ່​ແຂວງ ໄຫ​ໜານ, ປະ​ເທດ​ຈີນ. ຕາມ​ທ່ານຮອງ​ລັດ​ຖະ​ມົນ​ຕີ ລ້ຽວ​ເຈີນ​ມິນ ແລ້ວ, ກົນ​ໄກ​ຮ່ວມ​ມື​ດັ່ງ​ກ່າວ​ຈະ​ບໍ່​ແຊກ​ແຊງ​ເຂົ້າ​ຂໍ້​ສະ​ເໜີ​ຂອງ​ແຕ່​ລະ​ປະ​ເທດ ແລະ ສວມ​ບົດ​ບາດ​ພື້ນ​ຖານ​ໃນ​ການ​ຊຸກ​ຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື ກໍ​ຄື​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ. ທ່ານ ລ້ຽວ​ເຈີນ​ມິນ ຢືນ​ຢັນ​ວ່າ, ກົນ​ໄກ​ດັ່ງ​​ກ່າວ​ຈະ​ສ້າງ​ຄວາມ​ສະ​ດວກ​ໃຫ້​ບັນ​ດາ​ປະ​ເທດ ໃນ​ການ​ແລກ​ປ່ຽນ, ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ປ້​ອງ​ກັນ, ຫຼີກ​ລ້ຽງ​ໄພ​ທຳ​ມະ​ຊາດ, ​ກູ້​ໄພກູ​້​ຊ​ີບ​ບົນ​ທະ​ເລ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ…


ຂ່າວ/ບົດ​ອື່ນ