ຈີນຮຽກຮ້ອງອາເມລິກາແລະສປປ.ເກົາຫຼີປະຕິບັດຂໍ້ຕົກລົງທີ່ບັນລຸໄດ້ຢູ່ສິງກະໂປ

(VOVWORLD) -ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ອອກສຽງຮຽກຮ້ອງໃຫ້ອາເມລິກາ ແລະ ສປປ.ເກົາຫຼີ ປະຕິບັດຂໍ້ຕົກລົງທີ່ບັນລຸໄດ້ຢູ່ກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ເຊິ່ງຖືກດຳເນີນຢູ່ສິງກະໂປ ໃນອາທິດກ່ອນ.

ຈີນຮຽກຮ້ອງອາເມລິກາແລະສປປ.ເກົາຫຼີປະຕິບັດຂໍ້ຕົກລົງທີ່ບັນລຸໄດ້ຢູ່ສິງກະໂປ - ảnh 1ທ່ານປະທານປະເທດຈີນ ສີຈີ້ນຜິງ

(ພາບ: THX/TTXVN)

ວັນທີ 19 ມິຖຸນາ, ໃນການເຈລະຈາລະຫວ່າງການນຳຈີນ ແລະ ສປປ.ເກົາຫຼີ ໄດ້ດຳເນີນໃນວັນດຽວກັນຢູ່ຫໍສະພາປະຊາຊົນ ຢູ່ນະຄອນຫຼວງປັກກິ່ງ, ທ່ານ Kim Jong un ໄດ້ຂອບໃຈ ແລະ ເຊີດຊູບົດບາດຂອງຈີນ ໃນເລື່ອງຊຸກຍູ້ການປອດນິວເຄຼຍ ໃນແຫຼມເກົາຫຼີ, ກໍຄືບົດບາດຂອງປັກກິ່ງ ໃນການຮັບປະກັນສັນຕິພາບ ແລະ ສະຖຽນລະພາບຂອງແຫຼມເກົາຫຼີ ນີ້.

      ສ່ວນທ່ານປະທານປະເທດ ສີຈີ້ນຜິງ ເນັ້ນໜັກວ່າ, ຈີນ ປາດຖະໜາຢາກໃຫ້ ສປປ.ເກົາຫຼີ ແລະ ອາເມລິກາ ປະຕິບັດບັນດາໝາກຜົນຂອງກອງປະຊຸມສຸດຍອດລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳ Kim Jong un ເຊິ່ງດຳເນີນໃນວັນທີ 12 ມິຖຸນາ ຢູ່ສິງກະໂປ.

      ການນຳສປປ.ເກົາຫຼີ Kim Jong un ຢ້ຽມຢາມ ຈີນ ໃນລະຫວ່າງວັນທີ 19 – 20 ມິຖຸນາ. ນີ້ແມ່ນຄັ້ງທີ 3 ທີ່ທ່ານ Kim Jong un ຢ້ຽມຢາມຈີນ ໃນປີ 2018 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ