ຈີນເນັ້ນໜັກເຖິງຄວາມສໍາຄັນຂອງການພົວພັນກັບ ອາເມລິກາ

(VOVWORLD) -ການພົວພັນລະຫວ່າງ ຈີນ ແລະ ອາເມລິກາ ແມ່ນ “ບໍ່ອາດຂາດໄດ້"

ວັນທີ 23 ມັງກອນ, ທ່ານຮອງປະທານປະເທດຈີນ ຫວາງສີຊານ ຢັ້ງຢືນວ່າ ການພົວພັນລະຫວ່າງ ຈີນ ແລະ ອາເມລິກາ ແມ່ນ “ບໍ່ອາດຂາດໄດ້”. ຄໍາຖະແຫຼງດັ່ງກ່າວ ໄດ້ຍົກອອກມາໃນສະພາບທີ່ສອງພື້ນຖານເສດຖະກິດໃຫຍ່່ທີ່ສຸດໃນໂລກ ພວມມານະພະຍາຍາມຊອກຫາວິທີຢຸດຕິສົງຄາມການຄ້າ. ກ່າວຄໍາເຫັນທີ່ເວທີປາໄສເສດຖະກິດໂລກ (WEF) ພວມດໍາເນີນໄປຢູ່ Davos, ປະເທດ ສະວິດນັ້ນ, ທ່ານຮອງປະທານປະເທດ ຈີນ ເນັ້ນໜັກວ່າ: “ການໜູນຊ່ວຍເຊິ່ງກັນແລະກັນ ລະຫວ່າງພື້ນຖານເສດຖະກິດຂອງຈີນ ແລະ ອາເມລິກາ ແມ່ນບໍ່ອາດຂາດໄດ້. ເພາະສະນັ້ນ, ການພົວພັນລະຫວ່າງສອງຝ່າຍຕ້ອງນໍາມາເຊິ່ງຜົນປະໂຫຍດຂອງທັງສອງປະເທດ. ນີ້ແມ່ນຄວາມຈິງ ບໍ່ມີຝ່າຍໃດສາມາດຄົງຕົວໄດ້ດ້ວຍຕົນເອງ.

        ໄປຄຽງຄູ່ກັນນັ້ນ, ທ່ານ ຫວາງສີຊານ ກໍຢັ້ງຢືນວ່າ ພື້ນຖານເສດຖະກິດ ຈີນ ຈະສືບຕໍ່ເຕີບໂຕຢ່າງໝັ້ນຄົງ, ໂດຍບໍ່ຫົວຊາຕໍ່ຄວາມຂາດສະຖຽນລະພາບໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ