ຈັບຕົວຜູ້ຖືກສົງໄສທີ 2 ໃນເຫດບຸກໂຈມຕີຢູ່ ຊູແອັດ

ຈັບຕົວຜູ້ຖືກສົງໄສທີ 2 ໃນເຫດບຸກໂຈມຕີຢູ່ ຊູແອັດ - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 09/04 ຕຳຫລວດ ຊູ​ແອັດ ​ໄດ້ຈັບ​ຕົວ​ຜູ້​ຖື​ກສົງ​ໄສ​ທີ 2 ທີ່​ກ່ຽວຂ້ອງ​ເຖິງ​ເຫດ​ບຸກຈົມ​ຕີ​ດ້ວຍ​ລົດບັນທຸກ​ໃນ​ວັນ​ທີ 07/04 ​ເຮັດ​ໃຫ້ 4 ຄົນ​ເສຍ​ຊີວິດ ​ແລະ 15 ຄົນ​ຮັບ​ບາດ​ເຈັບ. ​ແລະ​ໃນ​ວັນ​ດຽວ​ກັນ, ຕຳຫລວດ ຊູ​ແອັດ ກໍ່​ໄດ້ສ້ໍ​ຖາມ 7 ຄົນ​ກ່ຽວ​ກັບ​ເຫດ​ບຸກ​ໂຈມ​ຕີ​ດ້ວຍ​ລົດ​ບັນທຸກ​ຢູ່​ຖະໜົນ Drottinggatan, ຖະໜົນ​ທາງ​ຍ່າງ​ໃຫຍ່​ສຸດ​ຂອງ Stockholm. ບັນດາ​ພະຍານ​ຫຼັກ​ຖານ​ສະ​ແດງໃຫ້​ເຫັນ​ວ່າ ຜູ້​ຖືກ​ສົງ​ໄສ​ຊາວ ອູ​ເບ​ກິດ​ສະຖານ ທີ່ຖືກ​ຈັບ​ຕົວ​ກ່ອນ​ນັ້ນ ແມ່ນ​ຜູ້​ຂັບ​ລົດ​ຕຳ​່​ໃສ່​ກຸ່ມ​ຄົນ​ຢູ່​ຖະໜົນ​ທາງ​ຍ່າງ Drottinggatan. ​​ເປົ້າ​ໝາຍ​ນີ້ ​ເຄີຍ​ຖືກ​ປະຕິ​ເສດ​ບໍ່​ໃຫ້​ຂໍ​ອາ​ໄສ​ຢູ່ ຊູ​ແອັດ​ ​ໃນ​ປີ 2016.

ຕອບກັບ

ຂ່າວ/ບົດ​ອື່ນ