ຈະໜູນຊ່ວຍ​ຜູ້​ອັດ​ປາກ​ - ອັດດັງທີ່​ບັນລຸ​ມາດຖານ​ຈໍານວນ 8 ລ້ານ​ອັນ​ໃຫ້​ແກ່​ປະຊາຊົນ ​ແລະ ບັນດາ​ຮາກ​ຖານ​ສາທາລະນະ​ສຸກ

(VOVWORLD) - ບັນດາການເຄື່ອນໄຫວຂອງລາຍການຮ່ວມແຮງຮ່ວມໃຈປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ເພື່ອ ປະເທດຫວຽດນາມເຂັ້ມແຂງ ຈະສືບຕໍ່ໄດ້ຮັບການຜັນຂະຫຍາຍໃນທົ່ວປະເທດ ນັບແຕ່ນີ້ຈົນຮອດເມື່ອຫວຽດນາມ ປະກາດສິ້ນສຸດໂລກລະບາດ.
ຈະໜູນຊ່ວຍ​ຜູ້​ອັດ​ປາກ​ - ອັດດັງທີ່​ບັນລຸ​ມາດຖານ​ຈໍານວນ 8 ລ້ານ​ອັນ​ໃຫ້​ແກ່​ປະຊາຊົນ ​ແລະ ບັນດາ​ຮາກ​ຖານ​ສາທາລະນະ​ສຸກ - ảnh 1ສາດສະດາຈານ, ປະລິນຍາເອກ ເຈິ່ນວັນທ໊ວນ ຮອງປະທານສູນກາງສະຫະສະມາຄົມຊາວໜຸ່ມຫວຽດນາມ

        ສະມາຄົມແພດໝໍໜຸ່ມຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະຫັນສະພາບການເປັນປົກກະຕິ, ສູນກາງສະມາຄົມແພດໝໍຫວຽດນາມ, ສູນກາງສະຫະສະມາຄົມຊາວໜຸ່ມຫວຽດນາມ ພ້ອມກັບບັນດາຫົວໜ່ວຍອື່ນໆ ຈະຜັນຂະຫຍາຍການບັນດາການເຄື່ອນໄຫວ ໜູນຊ່ວຍສາທາລະນະສຸກໃນຂອບເຂດທົ່ວປະເທດ ໄລຍະ 2, ໂດຍລວມມີບັນດາການເຄື່ອນໄຫວຄື: ສົມທົບກັບບໍລິສັດຫຸ້ນສ່ວນລ້ຽງສັດ CP ຫວຽດນາມ ປຸກລະດົມລາຍການ “ຮ່ວມແຮງຮ່ວມໃຈເພື່ອບ້ານເກີດເມືອງນອນ” ມອບກິດຈະກໍາ, ຜະລິດຕະພັນການແພດໃຫ້ແກ່ກໍາລັງສາທາລະນະ ແລະ ປະຊາຊົນ ແລະ ມອບຂອງຂວັນເຄື່ອງຂອງທີ່ຈໍາເປັນໃນຊີວິດປະຈໍາວັນໃຫ້ແກ່ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ. ພິເສດແມ່ນນັບແຕ່ນີ້ຮອດທ້າຍປີ 2020 ແມ່ນຜັນຂະຫຍາຍໂຄງການກໍ່ສ້າງໂຮງຈັກຕັດຫຍິບຜ່າອັດປາກອະນາໄມ ເຍິນອ໊າຍ, ຜະລິດ ແລະ ມອບຜ້າອັດປາກ - ອັດດັງບັນລຸມາດຖານສາທາລະນະຈໍານວນ 8 ລ້ານອັນໃຫ້ແກ່ຂະແໜງສາທາລະນະສຸກ, ກໍາລັງທະຫານປ້ອງກັນຊາຍແດນ, ບັນດາອົງການການຕ່າງປະເທດ ແລະ ກໍາລັງຊາວໜຸ່ມຫວຽດນາມ, ຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

        ບັນດາການເຄື່ອນໄຫວຂອງລາຍການຮ່ວມແຮງຮ່ວມໃຈປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ເພື່ອ ປະເທດຫວຽດນາມເຂັ້ມແຂງ ຈະສືບຕໍ່ໄດ້ຮັບການຜັນຂະຫຍາຍໃນທົ່ວປະເທດ ນັບແຕ່ນີ້ຈົນຮອດເມື່ອຫວຽດນາມ ປະກາດສິ້ນສຸດໂລກລະບາດ.

ນັກຂ່າວ ທູຮັ່ງ


 

ຕອບກັບ

ຂ່າວ/ບົດ​ອື່ນ