ຈໍານວນ​ຜູ້​ເສຍ​ຊີວິດ​ ​ແລະ ຕິດ​ພະຍາດປອດ​ອັກ​ເສບ​ ​​ຍ້ອນ​ເຊື້ອ​ໄວຣັດສາຍ​ພັນ​ໃໝ່ ​ໂຄ​ໂຣນາ ຢູ່ ຈີນ ນັບ​ມື​້ນັບ​ເພີ່​ມຂຶ້ນ

(VOVWORLD) -ໄລ່ມາຮອດຕອນເຊົ້າວັນທີ 29 ມັງກອນ, ຈໍານວນຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວ ໄດ້ເພີ່ມຂຶ້ນເປັນ 132 ຄົນແລ້ວ. 

ຈໍານວນ​ຜູ້​ເສຍ​ຊີວິດ​ ​ແລະ ຕິດ​ພະຍາດປອດ​ອັກ​ເສບ​ ​​ຍ້ອນ​ເຊື້ອ​ໄວຣັດສາຍ​ພັນ​ໃໝ່ ​ໂຄ​ໂຣນາ ຢູ່ ຈີນ ນັບ​ມື​້ນັບ​ເພີ່​ມຂຶ້ນ - ảnh 1ຈໍານວນຜູ້ຕິດພະຍາດປອດອັກເສບ ຍ້ອນເຊື້ອໄວຣັດສາຍພັນໃໝ່ ໂຄໂຣນາ ຢູ່ ຈີນ ລື່ນກາຍຈໍານວນຜູ້ຕິດພະຍາດປອດອັກເສບ ຍ້ອນເຊື້ອໄວຣັດ SARS (ພາບ: Reuters)

        ສະພາບການໂລກລະບາດປອດອັກເສບ ຍ້ອນເຊື້ອໄວຣັດສາຍພັນໃໝ່ ໂຄໂຣນາ (2019 – nCoV) ຢູ່ຈີນ ສືບຕໍ່ມີການຜັນແປຢ່າງສັບສົນ ແລະ ຮ້າຍແຮງທີ່ສຸດ, ໄລ່ມາຮອດຕອນເຊົ້າວັນທີ 29 ມັງກອນ, ຈໍານວນຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວ ໄດ້ເພີ່ມຂຶ້ນເປັນ 132 ຄົນແລ້ວ, ຜູ້ຕິດພະຍາດໃນທົ່ວປະເທດຈີນ ແມ່ນ ເກືອບ 6.000 ຄົນ. ຕົວເລກດັ່ງກ່າວ ໄດ້ລື່ນກາຍຈໍານວນຜູ້ຕິດພະຍາດປອດອັກເສບ ຍ້ອນເຊື້ອໄວຣັດ SARS ທີ່ລະບາດໃນຊຸມປີ 2002 – 2003.

        ຕໍ່ໜ້າສະພາບການດັ່ງກ່າວ, ຈີນ ໄດ້ອະນຸຍາດໃຫ້ ອົງການອະນາໄມໂລກ (WHO) ແຕ່ງຕັ້ງນັກຊ່ຽວຊານໄປຍັງປະເທດນີ້ ເພື່ອຊອກຮູ້ກ່ຽວກັບຈຸລະໂລກເຊື້ອໄວຣັດ ສາຍພັນໃໝ່ໂຄໂຣນາ ແລະ ແນະນໍາໂລກຮັບມືກັບໂລກລະບາດດັ່ງກ່າວ.

        ຍ້ອນມີຄວາມວິຕົກກັງວົນວ່່າ ເຊື້ອໄວຣັດສາຍພັນໃໝ່ນີ້ຈະລະບາດຢ່່າງແຮງ, ສະນັ້ນ, ບໍລິສັດການບິນຫຼາຍແຫ່ງ ໄດ້ຫຼຸດຜ່ອນຈໍານວນຖ້ຽວບິນ ທີ່ເດີີນທາງໄປຍັງປະເທດ ຈີນ ລົງ. ກຸ່ມບໍລິສັດຫຼາຍແຫ່ງໃນທົ່ວໂລກ ກໍຈໍາກັດພະນັກງານໄປຍັງປະເທດນີ້.

 ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ປັກກິ່ງ


ຕອບກັບ

ຂ່າວ/ບົດ​ອື່ນ