ຈໍານວນຜູ້ເສຍຊີວິດ ແລະ ຮັບບາດເຈັບໃນເຫດນໍ້າໄຫຼຊຸຢູ່ທາງທິດຕາເວັນອອກ ອິນໂດເນເຊຍ ສືບຕໍ່ເພີ່ມຂຶ້ນ

(VOVWORLD) -ສາເຫດພາໃຫ້ເກີດນໍ້າໄຫຼຊຸຢູ່ Sentani ໃກ້ກັບນະຄອນ Jayapura ຂອງ ແຂວງ Papua ແມ່ນຍ້ອນເກີດຝົນຕົກໜັກຢ່າງລຽນຕິດໃນວັນທີ 16 ມີນາ.
ຈໍານວນຜູ້ເສຍຊີວິດ ແລະ ຮັບບາດເຈັບໃນເຫດນໍ້າໄຫຼຊຸຢູ່ທາງທິດຕາເວັນອອກ ອິນໂດເນເຊຍ ສືບຕໍ່ເພີ່ມຂຶ້ນ - ảnh 1 ໄລ່ມາຮອດ 21 ໂມງ 00 ນາທີ ຂອງວັນທີ 18 ມີນາ, ມີຜູ້ເສຍຊີວິດຢ່າງໜ້ອຍ 80 ຄົນ ແລະ ນັບສິບໆຄົນຖືກຮັບບາດເຈັບ (ພາບ:TTXVN)

ວົງການເຈົ້າໜ້າທີ່ ອິນໂດເນເຊຍ ແຈ້ງໃຫ້ຊາບວ່າ ໄລ່ມາຮອດ 21 ໂມງ 00 ນາທີ ຂອງວັນທີ 18 ມີນາ, ມີຜູ້ເສຍຊີວິດຢ່າງໜ້ອຍ 80 ຄົນ ແລະ ນັບສິບໆຄົນຖືກຮັບບາດເຈັບ ພາຍຫຼັງເຫດນໍ້າໄຫຼຊຸຄັ້ງປະຫວັດສາດຢູ່ ແຂວງ Papua, ທາງທິດຕາເວັນອອກຂອງປະເທດນີ້. ກ່ອນໜ້ານັ້ນ, ວົງການເຈົ້າໜ້າທີ່ແຂວງ ໃຫ້ຮູ້ວ່າ ສາເຫດພາໃຫ້ເກີດນໍ້າໄຫຼຊຸຢູ່ Sentani ໃກ້ກັບນະຄອນ Jayapura ຂອງ ແຂວງ Papua ແມ່ນຍ້ອນເກີດຝົນຕົກໜັກຢ່າງລຽນຕິດໃນວັນທີ 16 ມີນາ.

ຕາມເຈົ້າໜ້າທີ່ຄົນດັ່ງກ່າວແລ້ວ, ມີ 30 ເຂດ ຖືກດັບໄຟ ຍ້ອນນໍ້າຖ້ວມໄຫຼຊຸ. ປັດຈຸບັນ, ອໍານາດການປົກຄອງແຂວງ Papua ພວມຕັ້ງໜ້າຊີ້ນໍາພະແນກໄຟຟ້າ ມານະພະຍາຍາມເພື່ອແກ້ໄຂບັນຫາໄຟຟ້າເພື່ອຮັບໃຊ້ໃຫ້ແກ່ປະຊາຊົນທີ່ພວມພັກຊົ່ວຄາວຢູ່ຕູບ, ໂຮງຮຽນ ແລະ ໂຮງໝໍແຫ່ງຕ່າງໆ.


ຕອບກັບ

ຂ່າວ/ບົດ​ອື່ນ