ຈຳນວນກໍລະນີ​ຕິດ​ເຊື້ອ​ພະຍາດ​ໄວຣັດZikaຢູ່​ສິງກະ​ໄປ​ເພີ່ມ​ຂຶ້ນ

ຈຳນວນກໍລະນີ​ຕິດ​ເຊື້ອ​ພະຍາດ​ໄວຣັດZikaຢູ່​ສິງກະ​ໄປ​ເພີ່ມ​ຂຶ້ນ - ảnh 1
ສິງກະ​ໂປ ​ໄດ້ຮັບ​ຮູ້​ຕື່ມ​ອີກ 27 ກໍລະນີ​ຕິດ​ເຊື້ອ​ພະຍາດ​ໄວຣັດ Zika
(ພາບ: Kyodo/TTXVN)

(vovworld) - ​ ​ ​​ ​ວັນ​ທີ 04/09 ສິງກະ​ໂປ ​ໄດ້ຮັບ​ຮູ້​ຕື່ມ​ອີກ 27 ກໍລະນີ​ຕິດ​ເຊື້ອ​ພະຍາດ​ໄວຣັດ Zika, ຍົກ​​ຈຳນວນ​ຄົນຕິດ​ເຊື້ອ​ພະຍາດ​ໄວຣັດ Zika ອັນຕະລາຍ​ນີ້ ຂຶ້ນ​ເຖິງ 242 ຄົນ ພາຍຫລັງ ເຊື້ອ​ພະຍາດ​ໄວຣັດ Zika ​ໄດ້​ພົບ​ເຫັນ​ຢູ່​ປະ​ເທດ​ນີ້ ​ເປັນ​ເວລາ​ໜຶ່ງ​ອາທິດ. ກ່ອນ​ໜ້າ​ນັ້ນ​ໃນ​ວັນ​ດຽວ​ກັນ ທ່ານ Amy Khor Lean Suan ລັດຖະມົນຕີ​ຮັບ​ພິດ​ຊອບບັນດາ​ແຫຼ່ງຊັບພະຍາກອນ​ນ້ຳ​, ສິ່ງ​ແວດ​ລ້ອມ ​ແລະ ສາທາລະນະ​ສຸກ ​ໃຫ້​ຮູ້​ວ່າ: ກະຊວງ​ນີ້ພວມຄວາມ​ເປັນ​ໄປ​ໄດ້ ​ເພື່ອ​ໃຫ້​ບັນດາຄົນຖືກ​ສົງ​ໄສ​ວ່າ ຕິດ​ເຊື້ອ​ພະຍາດໄວຣັດ Zika ປິ່ນ​ປົ່ວ​ພະຍາດ​ຢູ່​​ເຮືອນ ​ໃນ​ໄລຍະ​ເວລາວິ​ເຄາະ. ກະຊວງ​ນີ້ ກໍ່​ຄິດ​ໄລ່​ເຖິງ​ຄວາມ​​ເປັນ​ໄປ​ໄດ້​ໃຫ້​ບັນດາ​ກໍລະນີ​ຕິດ​ເຊື້ອ​ພະຍາດໄວຣັດນີ້ ກັບ​​ເມືອ​ເຮືອນ​ ​ເພື່ອຟື້ນ​ຟູ​ສຸຂະພາບ ​​ແລະ ​ເຕືອນ​​ໃຫ້​ເຂົາ​ເຈົ້າ ຕ້ອງ​ລະມັດລະວັງ​ຫ້າມບໍ່​ໃຫ້​ຍຸງ​ກັດ.

ຂ່າວ/ບົດ​ອື່ນ