ຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນໂຄວິດ-19 ຢູ່ ໄທ ເພີ່ມຂຶ້ນສູງ

(VOVWORLD) -  CCSA ກໍ່ປະກາດວ່າ ມີ 8 ຄົນເສຍຊີວິດຍ້ອນຕິດເຊື້ອໂຄວິດ-19, ປະຈຸບັນ ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ຢູ່ ໄທ ແມ່ນ 129 ຄົນ.
ຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນໂຄວິດ-19 ຢູ່ ໄທ ເພີ່ມຂຶ້ນສູງ - ảnh 1ຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນໂຄວິດ-19 ຢູ່ ໄທ ເພີ່ມຂຶ້ນສູງ. ພາບປະກອບ/THX/ TTXVN

ວັນທີ 24 ເມສາ, ສູນແກ້ໄຂສະພາບໂຄວິດ-19 ຂອງລັດຖະບານ ໄທ (CCSA) ໃຫ້ຮູ້ວ່າ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ຕື່ມອີກ 2.839 ຄົນ, ເພີ່ມຂຶ້ນ 769 ຄົນເມື່ອທຽບໃສ່ຕົວເລກຂອງວັນທີ 23 ເມສາ, ປະຈຸບັນ ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ປະເທດນີ້ ແມ່ນ 53.022 ຄົນ. ໃນຈຳນວນຜູ້ຕິດເຊື້ອໃໝ່ນັ້ນ ມີ 12 ຄົນຕິດເຊື້ອແມ່ນຄົນເຂົ້າເມືອງ.

        ແລະກໍ່ໃນວັນດຽວກັນ, CCSA ກໍ່ປະກາດວ່າ ມີ 8 ຄົນເສຍຊີວິດຍ້ອນຕິດເຊື້ອໂຄວິດ-19, ປະຈຸບັນ ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ຢູ່ ໄທ ແມ່ນ 129 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ