ຈຳນວນຜູ້ຕິດເຊື້ອໂຄວິດ -19 ໃນໂລກໃນອາທິດທີ່ຜ່ານມາໄດ້ຫຼຸດລົງ 4%

(VOVWORLD) -ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 5 ກັນຍາ ຕາມເວລາ UTC , ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນກວ່າ 221 ລ້ານກໍລະນີ ໃນນັ້ນມີກວ່າ 4,57 ລ້ານກໍລະນີເສຍຊີວິດ
       ຈຳນວນຜູ້ຕິດເຊື້ອໂຄວິດ -19 ໃນໂລກໃນອາທິດທີ່ຜ່ານມາໄດ້ຫຼຸດລົງ 4%   - ảnh 1ການສົ່ງຄົນເຈັບໄປໂຮງໝໍຢູ່ອາຟະລິກາໃຕ້

    ຕາມເວບໄຊ worldometer.info, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 5 ກັນຍາ ຕາມເວລາ UTC , ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນກວ່າ 221 ລ້ານກໍລະນີ ໃນນັ້ນມີກວ່າ 4,57 ລ້ານກໍລະນີເສຍຊີວິດ. ປັດຈຸບັນຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີ ແມ່ນກວ່າ 197,56 ລ້ານກໍລະນີ. 

      ໃນ 24 ຊົ່ວໂມງທີ່ຜ່ານມາ ອາເມລິກາ ຍັງຄົງແມ່ນປະເທດມີຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່ ດ້ວຍຈຳນວນຫຼາຍກວ່າ 58.000 ກໍລະນີ ຖັດມາແມ່ນ ອິນເດຍ ແລະ ອັງກິດ ກ່ຽວກັບຈຳນວນຜູ້ຕິດເຊື້ອໂຄວິດ - 19 ຖືກເສຍຊີວິດ ໃນ 24 ຊົ່ວໂມງທີ່ຜ່ານມາ, ລັດເຊຍ ໄດ້ຢັ້ງຢືນມີ 796 ກໍລະນີເສຍຊີວິດ ຫຼາຍກວ່າໝູ່ໃນໂລກ.

      ໄລ່ຕາມຂອບເຂດທົ່ວໂລກ ຈຳນວນຜູ້ຕິດເຊື້ອໂຄວິດ -19 ໃໝ່ໃນອາທິດທີ່ຜ່ານມາ ໄດ້ຫຼຸດລົງ 4% ເມື່ອທຽບໃສ່ອາທິດແລ້ວນີ້ ໃນນັ້ນ ອາຟະລິກາ ຫຼຸດລົງ 20%. ອາເມລິກາໃຕ້ ຫຼຸດລົງ 16%, ອາຊີ ຫຼຸດລົງ 4%, ເອີລົບ ຫຼຸດລົງ 3%.

     ປັດຈຸບັນ ອາຊີ ແມ່ນພາກພື້ນມີຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່ໃນໂລກ ດ້ວຍຈຳນວນຫຼາຍກວ່າ 71 ລ້ານກໍລະນີ ຖັດມາ ແມ່ນ ເອີລົບ ອາເມລິກາເໜືອ ແລະ ອາເມລິກາໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ