ຈຳນວນຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນທົ່ວປະເທດເພີ່ມຂຶ້ນຫຼາຍກວ່າ 34,000 ຄົນ

(VOVWORLD) -ໃນວັນທີ 16 ກຸມພາ, ມີຄົນເຈັບ 6,882 ຄົນໄດ້ຖືກປະກາດ ຮັບການປິ່ນປົວຫາຍດີ. ປະຈຸບັນ, ຈຳນວນກໍລະນີປິ່ນປົວຫາຍດີແລ້ວແມ່ນ 2,249,155 ຄົນ
ຈຳນວນຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນທົ່ວປະເທດເພີ່ມຂຶ້ນຫຼາຍກວ່າ 34,000 ຄົນ - ảnh 1ພາບປະກອບ

   ນັບແຕ່ເວລາ 16 ໂມງ ຂອງວັນທີ 15 ກຸມພາ ຫາ 16ໂມງວັນທີ 16 ກຸມພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອ ພະຍາດ ໂຄວິດ-19 ໃໝ່ 34.737 ກໍລະນີ, ໃນນັ້ນ 14 ຄົນ ມາຈາກຕ່າງປະທດ ແລະ 34.723 ຄົນຢູ່ ພາຍໃນປະເທດ. ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 2.606.824 ຄົນ.

           ໃນວັນທີ 16 ກຸມພາ, ມີຄົນເຈັບ 6,882 ຄົນໄດ້ຖືກປະກາດ ຮັບການປິ່ນປົວຫາຍດີ. ປະຈຸບັນ, ຈຳນວນກໍລະນີປິ່ນປົວຫາຍດີແລ້ວແມ່ນ 2,249,155 ຄົນ. ໃນ 24 ຊົ່ວໂມງຜ່ານມາ, ມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ 66 ຄົນເສຍຊີວິດ

           ກ່ຽວກັບການສັກຢາວັກຊິນກັນພະຍາດ, ມາຮອດຕອນບ່າຍວັນທີ 16 ກຸມພາ, ໃນຂອບເຂດທົ່ວປະເທດໄດ້ສັກວັກຊີນກັນພະຍາດໂຄວິດ-19 ໄດ້ທັງໝົດ 186.892.927 ໂດສ. ໃນນັ້ນ, ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ເດັກນ້ອຍ ໄວ 12-17 ປີ ໄດ້ 16,441,449 ໂດສ. ມີ 53/63 ແຂວງ, ນະຄອນ ມີອັດຕາການສັກວັກຊີນກັນ ໂຄວິດ-19 ເຂັມທີ 2 ບັນລຸກວ່າ 90%.

ຕອບກັບ

ຂ່າວ/ບົດ​ອື່ນ